ກອງປະຊຸມຄັ້ງທີ 24 ຄະນະກຳມະການ ອາຊີ - ປາຊີຝິກ ກ່ຽວກັບສະຖິຕິດ້ານການກະເສດ

ກອງປະຊຸມຄັ້ງທີ 24 ຄະນະກຳມະການ ອາຊີ - ປາຊີຝິກ ກ່ຽວກັບສະຖິຕິດ້ານການກະເສດ  - ảnh 1
(ພາບປະກອບ: TTXVN)

(vovworld) ກອງປະຊຸມ​ສະ​ໄໝທີ 24 ຄະນະ​ກຳມະການ​ອາຊີ - ປາຊີ​ຝິກ ກ່ຽວ​ກັບ​ສະຖິຕິ​ດ້ານ​ການ​ກະ​ເສດ (APCAS 24) ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 8/10 ຢູ່​ນະຄອນ​ດ່າ​ລາດ, ​ແຂວງ​ເລິ​ມດົ່ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​​ແທນ 85 ທ່ານ​ທີ່​ມາ​ຈາກ 25 ປະ​ເທດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​, ອົງການ​ອາຫານ ​ແລະ ການ​ກະ​ເສດສາກົນ (FAO)… ກອງ​ປະຊຸມ​ຄັ້ງ​ນີ້​ເລັ່ງ​ໃສ່ 3 ຈຸດໝາຍ, ໜ້າ​ທີ່​ສຳຄັນ​ນັ້ນ​ແມ່ນ: ຕີ​ລາຄາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ອາຊີ - ປາຊີ​ຝິກ ກ່ຽວ​ກັບ​ຂົງ​ເຂດ​ສະຖິຕິອາຫານ ​ແລະ ການ​ກະ​ເສດ​ໃນ 2 ປີຜ່ານມາ, ກໍ່​ຄື​ບັນດາ​ເນື້ອ​ໃນ​ທີ່​ຄວນ​ສຸມ​ໃສ່​ປະຕິບັດ​ໃນ 2 ປີ ຈະ​ມາ​ເຖິງ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜ​ນການ ​ແລະ ລົງທຶນ​ຫວຽດນາມ Dao Quang Thu ​ເນັ້ນ​ໜັກ​ວ່າ ສະ​ໄໝ​ປະຊຸມຄັ້ງ​ນີ້ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບ​​ສະຖິຕິ​ການ​ກະ​ເສດ​ຂອງ FAO ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ແລະ ມີ​ຄວາມ​ໝາຍ​ທີ່​ສຸດ.

        ”ການ​ປຶກສາ​ຫາລື​​ເນື້ອ​ໃນຕ່າງໆ​ຢູ່ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ປັບປຸງ, ​ເພີ່ມ​ທະວີ​ວຽກ​ງານ​ສະຖິຕິການ​ກະ​ເສດຢ່າງ​ແນ່ນອນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້ນຳ​ໃຊ້​ຂໍ້​ມູນ. ກອງ​ປະຊຸມ​ກໍ່​ສະຫງວນ​ກາລະ​ໂອກາດ ​ເພື່ອ​ຮັບ​ຟັງ​ຜູ້​ຊ່ຽວຊານ​ຂອງ FAO ​ແລະ ປະ​ເທດ​ຕ່າງໆ​ແລກປ່ຽນ​ບົດຮຽນ, ຄວາມ​ຫຍຸ້ງ​ຍາກ, ຜົນສຳ​ເລັດ, ບັນດາ​ວິທີ​ການ​ໃໝ່​ທີ່​ກ້າວໜ້າ. ໝາກຜົນ​ຂອງ​ກອງ​ປະຊຸມ​ຈະ​ແມ່ນ​ປະຖົມ​ປັດ​ໃຈ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ກໍ່ສ້າງ​ບັນດາ​ແຜນການ ກໍ່​ຄື​ມາດ​ຕະການ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ສະຖິຕິ​ດ້ານ​ການ​ກະ​ເສດ​ໃນ​ແຕ່ລະ​ປະ​ເທດ ກໍ່​ຄື​ໃນ​ພາ​ກພື້ນ​ອາຊີ - ປາຊີ​ຝິກ”

ຂ່າວ/ບົດ​ອື່ນ