ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ

(VOVWORLD) - ທ່ານຫົວໜ້າກຳມາທິການວັດທະນະທຳ ແລະ ການສຶກສາຂອງ ສະພາແຫ່ງຊາດ ໄດ້ນຳສະເໜີບົດລາຍງານກວດກາແຜນນະໂຍບາຍລົງທຶນ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035.
ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ - ảnh 1(ພາບປະກອບ: quochoi.vn)

ວັນທີ 3 ມິຖຸນາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ ນຳສະເໜີໃບສະເໜີກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 – 2035. ທ່ານຫົວໜ້າກຳມາທິການວັດທະນະທຳ ແລະ ການສຶກສາຂອງ ສະພາແຫ່ງຊາດ ໄດ້ນຳສະເໜີບົດລາຍງານກວດກາແຜນນະໂຍບາຍລົງທຶນ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035.

        ກໍໃນວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ອຸປະກອນເສີມ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກຳລັງອາລັກຂາ. ສະພາແຫ່ງຊາດກໍໄດ້ຮັບຟັງໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ) ແລະ ບົດລາຍງານກວດກາຮ່າງກົດໝາຍສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ