ກອງປະຊຸມຄັ້ງທີ 3 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ ກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດເຕັກໂນໂລຊີ ແລະ ຂົງເຂດອື່ນໆ

(VOVWORLD) - ສອງຝ່າຍຢັ້ງຢືນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດແມ່ນມີຢ່າງຫຼວງຫຼາຍ ແລະ ການລົງນາມສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອນ ຈະສ້າງກາລະໂອກາດໃໝ່ຊຸກຍູ້ການພົວພັນການຄ້າ, ການລົງທຶນລະຫວ່າງສອງປະເທດ...
ກອງປະຊຸມຄັ້ງທີ 3 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ ກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດເຕັກໂນໂລຊີ ແລະ ຂົງເຂດອື່ນໆ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ
(ພາບ:VGP/Hoàng Giang)

ຕອນບ່າຍວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ ກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດເຕັກໂນໂລຊີ ແລະ ບັນດາຂົງເຂດອື່ນ, ພາຍໃຕ້ການເປັນປະທານຂອງທ່ານ ຮວິ່ງແທັ່ງດາດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ພ້ອມກັບ ທ່ານ Nir Barkat, ລັດຖະມົນຕີເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອນ. ທີ່ກອງປະຊຸມ, ສອງຝ່າຍຢັ້ງຢືນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດແມ່ນມີຢ່າງຫຼວງຫຼາຍ ແລະ ການລົງນາມສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອນ ຈະສ້າງກາລະໂອກາດໃໝ່ຊຸກຍູ້ການພົວພັນການຄ້າ, ການລົງທຶນລະຫວ່າງສອງປະເທດ, ແມ່ນປະຖົມປັດໄຈສຳຄັນເພື່ອບັນລຸຄາດໝາຍບັນລຸ 3 ຕື້ໂດລາສະຫະລັດ. ສອງຝ່າຍເຫັນດີເປັນເອກະພາບປະຕິບັດສຳເລັດລະບຽບການໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອນ ແລະ ແຈ້ງຂໍ້ມູນໃຫ້ປະຊາຄົມວິສາຫະກິດກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດໂດຍສັນຍານີ້ນຳມາໃຫ້. ລັດຖະບານສອງຝ່າຍຄວນໜູນຊ່ວຍວິສາຫະກິດກ່ຽວກັບຂໍ້ມູນຂ່າວ, ຍູ້ແຮງການສົ່ງເສີມການຄ້າ, ສົ່ງເສີມການລົງທຶນ, ເປີດກ້ວາງການຮ່ວມມືລະຫວ່າງບັນດາວິສາຫະກິດ.

        ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືເລີ່ມທຸລະກິດ ແລະ ນະວັດຕະກຳ; ພິເສດໃນບັນດາຂົງເຂດກ່ຽວຂ້ອງເຖິງບັນດາທ່າອ່ຽງເສດຖະກິດຫາກໍ່ພົ້ນເດັ່ນ ແລະ ເໝາະສົມກັບຍຸດທະສາດການພັດທະນາຂອງ ຫວຽດນາມ, ລວມມີການພັດທະນາແບບຍືນຍົງ, ຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ບັນດາຂົງເຂດອື່ນໆ. ກອງປະຊຸມຄັ້ງທີ 4 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອິດສະຣາແອນ ຈະຈັດຂຶ້ນໃນປີ 2025 ຢູ່ ອິດສະຣາແອນ.

ຕອບກັບ

ຂ່າວ/ບົດ​ອື່ນ