ກອງປະຊຸມຄັ້ງທີ 32 ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະໄຂຂຶ້ນໃນວັນທີ 11 ມີນາ

(VOVWORLD) -ວັນທີ 08 ມີນາ, ຫ້ອງວ່າການສະພາແຫ່ງຊາດ ໄດ້ອອກຖະແຫຼງຂ່າວສື່ມວນຊົນໂດຍໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະດຳເນີນໃນລະຫວ່າງວັນທີ 11 – 13 ມີນາ 2019.

ຕາມລາຍການຄາດຄະເນ, ທີ່ກອງປະຊຸມຄັ້ງນີ້, ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ, ລວມມີ: ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍກວດສອບແຫ່ງລັດ; ກົດໝາຍວ່າດ້ວຍທະຫານລາດປ້ອງກັນຕົວ (ສະບັບປັບປຸງ); ກົດໝາຍວ່າດ້ວຍສະຖາປັດຕະຍາກຳ; ກົດໝາຍວ່າດ້ວຍຫໍສະໝຸດ; ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ). ພ້ອມກັນນັ້ນ, ຄະນະປະຈຳສະພາແຫ່ງຊາດກໍໍ່ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການໜີ້ພາສີ, ເງິນປັບໃໝ…

ຕອບກັບ

ຂ່າວ/ບົດ​ອື່ນ