ກອງປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ສືບຕໍ່ເຮັດວຽກ

ກອງປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ສືບຕໍ່ເຮັດວຽກ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 36 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ


(vovworld)-ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 36, ຕອນ​ບ່າຍ​ວັນ​ທີ 10/3, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ບັນ​ຊີ. ການປັບ​ປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ບັນ​ຊີຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ສ້າງຂອບ​ເຂດ​ກົດ​ໝາຍ​ກ່ຽວ​ກັບ​ບັນ​ຊີ​ໃຫ້​ສົມ​ບູນ​ແບບ, ພິ​ເສດ​ແມ່ນຫຼັກການ​ບັນ​ຊີ, ລະ​ບອບ​ບັນ​ຊີ, ມາດ​ຖານ​ການ​ບັນ​ຊີ ແລະ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ໃນ​ການ​ປະ​ຕິ​ບັດ​ລະ​ບຽບ​ກົດ​ໝາຍ​ກ່ຽວ​ກັບ​ການ​ເງິນ, ບັນ​ຊີ ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ຂົງ​ເຂດ​ບັນ​ຊ​ີ​ກາຍ​ເປັນ​ເຄື່ອງ​ມື​ໃນ​ການ​ຄຸ້ມ​ຄອງ​ການ​ເງິນ​ຂອງວິ​ສາ​ຫະ​ກິດ, ບັນ​ດາ​ຫົວ​ໜ່ວຍ​ການ​ເງິນ​ບັນ​ຊີ ກໍ​ຄື​ເຄື່ອງ​ມື​ຄຸ້ມ​ຄອງ, ຕິດ​ຕາມກວດ​ກາ​ຂອງ​ລັດ. ທ່ານ​ນາງ​ຮອງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ສະ​ເໜີ​ຄະ​ນະ​ຮຽບ​ຮຽງ​ຮ່າງກົດ​ໝາຍ​ຈົ່ງຮີບ​ເຮັ່ງ​ກວດ​ກາ, ສ້າງ​ຮ່າງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ຕາມ​ທິດ​ປັບ​ປຸງ​ໂດຍ​ພື້ນ​ຖານ, ຮອບ​ດ້ານ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ໃຫ້​ຄຳ​ເຫັນ.
ຂ່າວ/ບົດ​ອື່ນ