ກອງປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ

(VOVWORLD) -ບັນດາ ສ.ສ.ຊ ໄດ້ຖືວ່າ ການເລືອກເຟັ້ນເອົານັກລົງທຶນໂຄງການ PPP ຄວນໄດ້ຮັບການປະຕິບັດໂດຍຜ່ານການຈັດການປະມູນຢ່າງເປີດເຜີຍ, ໂປ່ງໃສຕາມລະບຽບການກົດໝາຍ
   ກອງປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດສືບຕໍ່ເຮັດວຽກ - ảnh 1ກອງປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດ 

ໂດຍສືບຕໍ່ກອງປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດ, ຕອນບ່າຍວັນທີ 16 ກັນຍາ, ເມື່ອໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົງທຶນຕາມຮູບການຮ່ວມມືພາກລັດ-ເອກະຊົນ (PPP), ບັນດາ ສ.ສ.ຊ ໄດ້ຖືວ່າ ການເລືອກເຟັ້ນເອົານັກລົງທຶນໂຄງການ PPP ຄວນໄດ້ຮັບການປະຕິບັດໂດຍຜ່ານການຈັດການປະມູນຢ່າງເປີດເຜີຍ, ໂປ່ງໃສຕາມລະບຽບການກົດໝາຍ. ທ່ານ ຫງວຽນວັນເຢົາ, ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ເວົ້າວ່າ :

  “ ນີ້ແມ່ນກົດໝາຍໃຫຍ່ທີ່ສຸດ, ມີຂອບເຂດກ້ວາງຂວາງ, ນະໂຍບາຍເສດຖະກິດແມ່ນໃຫຍ່ຫຼວງ, ໃນນັ້ນມີທັງສັງຄົມ. ຕ້ອງມີຄວາມກະຈ່າງແຈ້ງ, ເປີດເຜີຍ ”

     ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຂາດ ຫງວຽນທິກິມເງິນ ສະເໜີວ່າ ຕ້ອງເຮັດແຈ້ງ ຂໍ້ອ້າງອີງລະດັບພື້ນຖານຂອງ ໂຄງການ PPP ແມ່ນ 200 ຕື້ດົງ, ພ້ອມທັງສະເໜີເຮັດແຈ້ງຄວາມຈຳເປັນຂອງການສ້າງຕັ້ງສະພາໂຄງການລົງທຶນ ຕາມຮູບການຮ່ວມມືພາກລັດ-ເອກະຊົນ (PPP) ເພື່ອຮັບປະກັນຄວາມເປັນໄປໄດ້ ແລະ ປະສິດທິຜົນຂອງໂຄງການ. ທ່ານນາງປະທານສະພາແຫ່ງຂາດ ຫງວຽນທິກິມເງິນກ່າວວ່າ :

    “ ຖ້າຫາກບໍ່ກຳນົດແຈ້ງກ່ຽວກັບສະພາ, ລະບຽບການ, ເວລາກວດສອບນັ້ນ, ຈະຕ້ອງເກີດບັນຫາເຮັດເພີ່ມລະບຽບການບໍລິຫານ, ເພີ່ມວັນເວລາ ແລະ ກຳລັງເຫື່ອແຮງ ຊຶ່ງຈະເຮັດໃຫ້ໂຄງການປະຕິບັດຢ່າງຊັກຊ້າ ”

ຕອບກັບ

ຂ່າວ/ບົດ​ອື່ນ