ກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ,ລາວ-ຫວຽດນາມ

ກອງປະຊຸມຄັ້ງທີ 38 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ,ລາວ-ຫວຽດນາມ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ -ລາວ, ລາວ -ຫວຽດ​ນາມ

(vovworld)-​ຕອ​ນ​ເຊົ້າ​ວັນ​ທີ 27/12, ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ -ລາວ, ລາວ -ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ. ຝ່າຍ​ຫວຽດ​ນາມ ມີ​ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ໃນ​ຄະ​ນະ​ກຳ​ມະ​ການ. ຝ່າຍ ລາວ ມີ​ທ່ານ ສົມ​ສະ​ຫວາດ​ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ລາວ​ໃນ​ຄະ​ນະ​ກຳ​ມະ​ການ.

        ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ: ສັນ​ຍາ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໄລ​ຍະ 2011-2015 ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງມ​ີ​ປະ​ສິດ​ທິ​ຜົນ. ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ ການ​ທູດ, ສອງ​ຝ່າຍ​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ, ພົບ​ປະ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ, ສ້າງ​ຕັ້ງ​ກົນ​ໄກ​ແລກ​ປ່ຽນ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ສອງ​ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ສອງ​ປະ​ເທດ. ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສອງ​ຝ່າຍ​ຕັດ​ສິນ​ໃຈ​ສຳ​ເລັດ​ໂຄງ​ການ​ປັກ​ຫລັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບ​ຫລັກ​ໝາຍ​ແຫ່ງ​ຊາດ.

ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່ ລາວ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ສະ​ດວກ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ ແລະ ​ເກັບ​ງົບ​ປະ​ມານຂອງ​ລາວ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ທ້ອ​ງ​ຖິ່ນ​ຫລາຍ​ຄົນ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ ຫວຽດ​ນາມ - ລາວ ເມື່ອ​ເດືອນ 3/2015 ແລະ ສັນ​ຍາ​ການ​ຄ້າ​ຊາຍ​ແດນ ຫວຽດ​ນາມ ແລະ ລາວ ໃນ​ເດືອນ 6/2015. ປີ 2015, ວົງ​ເງິນ​ຂາ​ອອກ​ຂາ​ເຂົ້າ​ສອ​ງ​ປະ​ເທດ ຄາດ​ວ່າບັນ​ລຸ 1,3 ຕື້ USD.

ທີ່ກອ​ງ​ປະ​ຊຸມ, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ, ສະ​ຫນັບ​ສະ​ຫນູນ ແລະ ຫນູນ​ຊ່ວຍ​ລາວ ຮັບ​ບົດ​ບາດ​ປະ​ທານ ອາ​ຊຽນ ປີ 2016 ສຳ​ເລັດ​ຜົນ, ຍູ້​ແຮງ​ການ​ຮ່ວມ​ມື ທີ່​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ, ເອົາ​ໃຈ​ໃສ່​ກໍ່​ສ້າງ​ເສັ້​ນ​ຊາຍ​ແດ​ນ ຫວຽດ​ນາມ - ລາວ ໃຫ້​ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ຮອບ​ດ້ານ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ສັນ​ຍາ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ​ທາງ​ບົກ ຫວຽດ​ນາມ - ລາວ, ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ຫລັກ​ໝາຍ​ແຫ່ງ​ຊາດ ຫວຽດ​ນາມ - ລາວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ສອງ​ຝ່າຍ ຢືນ​ຢັນ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ອີກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ສອງ​ປະ​ເທດ, ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ ຫວຽດ​ນາມ - ລາວ ແລະ ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ຫວຽດ​ນາມ - ລາວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກ່ຽວ​ກັບ​ການ​ຮ່ວມ​ມື​ການ​ສຶກ​ສາ​ບຳ​ລຸງ​ສ້າງ, ສອງ​ຝ່າຍ​ສືບ​ຕໍ່​ສະ​ຫງວນ​ໃຫ້​ກັນ​ບັນ​ດາ​ທຶນ​ສຶກ​ສາ​ໃຫ້​ພ​ະ​ນັກ​ງານ, ນັກ​ຮຽນ, ນັກ​ສຶກ​ສາ​ສອງ​ປະ​ເທດ​ມາ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ​ຢູ່​ແຕ່​ລະ​ປະ​ເທດ. ສະ​ເພາະ​ປີ 2016, ຫວຽດ​ນາມ ສະ​ຫງວນ​ໃຫ້​ລາວ 1.000 ທຶນ​ສຶກ​ສາ ແລະ ລາວ​ສະ​ຫງວນ​ໃຫ້​ຫວຽດ​ນາມ 60 ທຶນ​ສຶກ​ສາ.

ສິ້ນ​ສຸດກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ - ລາວ ໄລ​ຍະ 2016-2020, ຂໍ້​ຕົກ​ລົງ​ກ່ຽວ​ກັບ​ແຜນ​ການ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ - ລາວ ປີ 2016, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກອງ​ປະ​ຊຸມ​ຄັ້ງ​ທີ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ລາວ.

ໝີ​ບີງ ນັກ​ຂ່າວ VOV ປະ​ຈຳ ວຽງ​ຈັນ.

 

 

ຂ່າວ/ບົດ​ອື່ນ