ກອງປະຊຸມຄັ້ງທີ 4 ຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ

(VOVWORLD) - ທ່່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຊີ້ແຈ້ງວ່າ, ການປະຕິຮູບລະບຽບການບໍລິຫານ, ສ້າງລະບອບລະບຽບການໃຫ້ສົມບູນແບບ ແມ່ນ 1 ໃນຈຳນວນ 3 ໜ້າທີ່ບຸກທະລຸຍຸດທະສາດ
ກອງປະຊຸມຄັ້ງທີ 4 ຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ - ảnh 1(ກອງປະຊຸມຄັ້ງທີ 4 ຄະນະຊີ້ນຳ)

        ຕອນເຊົ້າວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ຫົວໜ້າຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ, ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຄະນະຊີ້ນຳ. ກອງປະຊຸມສຸມໃສ່ຫົວເລື່ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ ຕິດພັນກັບການຫັນເປັນດີຈີຕອນ, ຮັບໃຊ້ປະຊາຊົນ, ວິສາຫະກິດ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຊີ້ແຈ້ງວ່າ, ການປະຕິຮູບລະບຽບການບໍລິຫານ, ສ້າງລະບອບລະບຽບການໃຫ້ສົມບູນແບບ ແມ່ນ 1 ໃນຈຳນວນ 3 ໜ້າທີ່ບຸກທະລຸຍຸດທະສາດ, ເຊິ່ງພັກໄດ້ກຳນົດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII; ແລະ ລົງທຶນໃຫ້ແກ່ການປະຕິຮູບລະບຽບການບໍລິຫານ ຕິດພັນກັບການຫັນເປັນດີຈີຕອນ, ສ້າງບັນດາຖານຂໍ້ມູນ, ໂດຍສະເພາະແມ່ນຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງ, ພວມໄດ້ຮັບການຍູ້ແຮງ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາຜູ້ແທນສຸມໃສ່ຕີລາຄາ, ເຮັດແຈ້ງໝາກຜົນທີ່ບັນລຸໄດ້, ບັນດາສິ່ງທີ່ຍັງຕິດຂັດ, ຂໍ້ຈຳກັດ, ບົດຮຽນໃນການຈັດຕັ້ງປະຕິບັດການປະຕິຮູບລະບຽບການບໍລິຫານ ຕິດພັນກັບການຫັນເປັນດີຈີຕອນເພື່ອຮັບໃຊ້ປະຊາຊົນ, ວິສາຫະກິດ ແລະ ວາງອອກມາດຕະການແກ້ໄຂບັນດາຂໍ້ຈຳກັດໃນການຜັນຂະຫຍາຍປະຕິບັດ…

ຕອບກັບ

ຂ່າວ/ບົດ​ອື່ນ