ກອງ​ປ​ະ​ຊຸມ​ຄັ້ງ​ທີ 4, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV: ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

(VOVWORLD) -ຕາມວາລະການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວຽກງານສ້າງກົດໝາຍ.
ກອງ​ປ​ະ​ຊຸມ​ຄັ້ງ​ທີ 4, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XV: ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ) - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍສະບັບຕ່າງໆ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ). ສະພາແຫ່ງຊາດກໍສະຫງວນເວລາເປັນຈຳນວນຫຼາຍເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ນີ້ແມ່ນຮ່າງກົດໝາຍທີ່ສັບສົນ, ມີຜົນກະທົບຢ່າງກວ້າງຂວາງ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ