ກອງປະຊຸມຄັ້ງທີ 48 ຄະນະປະຈຳສະພາແຫ່ງຊາດ

ກອງປະຊຸມຄັ້ງທີ 48 ຄະນະປະຈຳສະພາແຫ່ງຊາດ - ảnh 1
ກອງ​ປະ​ຊຸ​ມຄັ້ງ​ທີ 48 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
                                      (nguoidaibieu)

(vovworld)- ວັນ​ທີ 25/5, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ໄຂ​ກອງ​ປະ​ຊຸ​ມຄັ້ງ​ທີ 48 ຂຶ້ນ. ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ທີ່ກອງ​ປະ​ຊຸມ​ຄັ້ງນີ້​ແມ່ນ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຈະ​ໃຫ້​ຄຳ​ເຫັນ​ໃ​ສ່​ບົດລາຍ​ງານ​ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ຊຶ່ງ​ຫາ​ກໍ​ດຳ​ເນີນ​ເມື່ອ​ວັນ​ທີ 22/5. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຍັງ​ຈະ​ຮັບ​ຟັງ​ຜົນ​ຂອງ​ການ​ຕິດ​ຕາມກວດ​ກາ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຫົວ​ເລື່ອງ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​(ໄລ​ຍະ 2010-2015) ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜ​ງ​ກະ​ສີ​ກຳ​ຄືນ​ໃໝ່​; ຕິດ​ຕາມກວດ​ກາ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ; ເຕັກ​ໂນ​ໂລ​ຢີ​ແນ​ໃສ່​ຊຸກ​ຍູ້​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສ​ະ​ໄໝ(ໄລ​ຍະ 2005-2015); ໃຫ້​ຄຳ​ເຫັນ​ໃສ່​ມະ​ຕິ 2 ສະ​ບັບ​ກ່ຽວກ​ບັມາດ​ຕະ​ຖານ ແລະ ຈັດ​ແບ່ງ​ຫົວ​ໜ່ວຍ​ບໍ​ລິ​ຫານ; ມະ​ຕິ​ກ່ຽວ​ກັບ​ການ​ຈັດ​ແບ່ງ​ປະ​ເພດ​ເຂດ​ຕົວ​ເມືອງ.
ຂ່າວ/ບົດ​ອື່ນ