ກອງປະຊຸມຄັ້ງທີ 6 ຄະນະບໍລິຫານ ງານສູນກາງພັກຊຸດທີ 11

ກອງປະຊຸມຄັ້ງທີ 6 ຄະນະບໍລິຫານ ງານສູນກາງພັກຊຸດທີ 11 - ảnh 1
(ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ 11)

(vovworld) -     ວັນ​ທີ 2/10, ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11 ສືບ​ຕໍ່​ປຶກສາ​ຫາລື, ​ໃຫ້​​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ສັງ​ຄົມ​ປີ 2012, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2013. ບົດ​ລາຍງານການ​ສຳ​ຫຼວດກວດກາ​ ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳນິ​ຕິຊົມເພື່ອນ​ສະຫາຍຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ຕາມ​​ເນື້ອ​ໃນຈິດ​ໃຈມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານສູນ​ກາງພັກ​ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ​ອີກ.. ກ່ອນ​ໜ້າ​ນັ້ນ, ວັນ​ທີ 1/10, ທ່ານ​ເລຂາທິກ​ານ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ​ Nguyen Phu Trong ​ໄດ້​ຍົກ​ອອກ 3 ໝວດ​ບັນຫາ​ທີ່ມີ​ຄວາມ​ໝາຍ​ສຳຄັນ​ເຊິ່ງສູນ​ກາງ​ຄວນ​ສຸມ​ໃສ່​ປຶກສາ​ຫາ​ລື​ທີ່​ກອງ​ປະຊຸມ​ຄັ້ງ​ນີ້. ທ່ານ​ເລຂາທິກ​ານ​ໃຫຍ່​ Nguyen Phu Trong ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສູນ​ກາງ​​ສຸມ​ໃສ່​ໃຫ້​​ຄຳ​ເຫັນ​ກ່ຽວ​ກັບ​ເປົ້າ​ໝາຍ, ທັດສະນະ, ຫຼັກການ, ທິດ​ນຳ, ​ເນື້ອ​ໃນ​ຂອງ​ການວາງ​ແຜນກໍ່ສ້າງພະນັກງານ​ຂັ້ນ​ຍຸດ​ທະ​ສາດ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈ້ງວ່າ.

        ”ກ່ຽວ​ກັບ​ເນື້ອ​ໃນ​ວຽກ​ງານ​ວາງ​ແຜນ​ກຳນົດຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ບັນດາ​ຕຳ​ແໜ່​ງພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດ, ລວມມີ: ຄວາມ​ຮຽກຮ້ອງ​ຕ້ອງການ, ມາດຕະຖານ​ສຳ​ຫຼັບ​ແຕ່​ລະ​ຕຳ​ແໜ່​ງ,ອາຍຸນຳ​ເຂົ້າ​ແຜນ​ກຳນົດ; ຈຳນວນ, ​ໂຄງ​ປະກອບ​ຂອງ​ແຜນ​ກຳນົດ; ​ເປົ້າ​ໝາຍ ​ແລະ ​ເງື່ອນ​ໄຂ​ເລືອກ​ເຟັ້ນພະນັກງານ​ນຳ​ເຂົ້າ​ແຜນ​ກຳນົດ… ພາຍຫຼັງ​ສູນ​ກາງ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບັນດາ​ບັນຫາ​ສຳຄັນ​ນີ້ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ​ປະກາດ​ໃຊ້​ມະຕິ, ກົມ​ການ​ເມືອງ​ຈະ​ຊີ້​ນຳ​ການ​ສ້າງ​ແຜນ​ກຳນົດ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ບັນດາ​ຕຳ​ແໜ່​ງພະນັກງານ​ການ​ນຳ​ຫຼັກ​ແຫຼ່ງຂອງ​ພັກ ​ແລະ ລັດ ອາຍຸ​ການ 2016 2021 ​ແລະ ບັນດາ​ອາຍຸ​ການ​ຕໍ່ໆ​ໄປ​ໂດຍ​ລະອຽດ”​.

ຂ່າວ/ບົດ​ອື່ນ