ກອງປະ​ຊຸມ​ຄັ້ງ​ທີ 8 ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ສຸມ​ໃສ່​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ອະ​ທິ​ບາຍ, ຮັບ​ເອົາ, ປັບ​ປຸງ​ຮ່າງ​ກົດ​ໝາຍ 2 ສະ​ບັບ

(VOVWORLD) -ຕອນເຊົ້າວັນທີ 15 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານໄຂກອງປະຊຸມຄັ້ງທີ 8 ຂອງ ຄະນະປະຈຳສະພາແຫ່ງຊາດ. 
ກອງປະ​ຊຸມ​ຄັ້ງ​ທີ 8 ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ສຸມ​ໃສ່​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ອະ​ທິ​ບາຍ, ຮັບ​ເອົາ, ປັບ​ປຸງ​ຮ່າງ​ກົດ​ໝາຍ 2 ສະ​ບັບ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: ສະພາແຫ່ງຊາດ)

ຢູ່ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍ 2 ສະບັບ ເຊິ່ງສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາຢູ່ວາລະປະຊຸມຄັ້ງທີ 3, ລວມມີ: ຮ່າງກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່ ແລະ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ. ກ່ອນໜ້ານັ້ນ, ຮ່າງກົດໝາຍສອງສະບັບນີ້ ໄດ້ຮັບການປະກອບຄຳເຫັນຢູ່ກອງປະຊຸມສະພາແຫ່ງຊາດເມື່ອທີ 2.

ພາຍຫຼັງວາລະໄຂກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບການຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່, ປະກອບຄຳເຫັນກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳໃນເດືອນມັງກອນ ປີ 2022, ສຸມໃສ່ປຶກສາຫາລືບາງບັນຫາເຊິ່ງມີຜູ້ສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈໃນມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ