ກອງປະຊຸມຄັ້ງທີ 9 ຄະນະປະທານຄະນະກຳມະການສູນກາງງແນວໂຮມປະເທດຊາດຫວຽດນາມ

ກອງປະຊຸມຄັ້ງທີ 9 ຄະນະປະທານຄະນະກຳມະການສູນກາງງແນວໂຮມປະເທດຊາດຫວຽດນາມ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ

(vovworld) - ຕອນ​ເຊົ້າ​ວັນ​ທີ 28/6, ຢູ່ ຮ່າ​ໂນ້ຍ, ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ປະທານ​ຄັ້ງ​ທີ 9 (ຊຸດ​ທີ 7). ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​​ໄດ້ປຶກສາ​ຫາລື​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ຂອງ​ວຽກ​ງານ​ແນວ​ໂຮມ​ໃນ 6 ​ເດືອນ​ຕົ້ນ​ປີ; ລາຍ​ງານ​ບັນດາ​ທິດ​ທາງ​​ໃຫຍ່​ໃນ​ການ​ສ້າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (ສະບັບ​ປັບປຸງ) ​ແລະ ​ເນື້ອ​ໃນ​ສຳຄັນ​ອື່ນ​ອີກ​ຈຳນວນ​ໜຶ່ງ. ​ໃນ 6 ​ເດືອນ​ຜ່ານ​ມາ, ຄະນະ​ກຳມະການແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ທຸກ​ຂັ້ນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ ​ເຊິ່ງ​ໄດ້​ວາງ​ອອກ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 4. ການ​ເຕົ້າ​ໂຮມ, ປັບປຸງ ​ແລະ ຍູ້​ແຮງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​, ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດ​ທິຜົນ ​ເພື່ອ​ແນ​ໃສ່​​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ ​ແລະ ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ຂອງປະຊາຊົນ​ບັນດາ​ເຜົ່າ, ສາສະໜາ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດຢ່າງ​ກວ້າງຂວາງ. ທ່ານ Huynh Dam ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

        ”​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 6 ​ເດືອນ​ຕົ້ນ​ປີ ​ສືບ​ຕໍ່​ຜັນ​ຂະຫຍາຍ​ວຽກ​ງານ​ຈຸດ​ສຸມ​ໃນ 6 ​ເດືອນ​ທ້າຍ​ປີ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ທະວີ, ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ​ຂອງ​ທົ່ວ​ປະ​ເທດ​ໃນ 6 ​ເດືອນທ້າຍ​ປີ. ປະກອບສ່ວນ​ນຳ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ມະຕິ​ສູນ​ກາງ​ທີ 4 ກ່ຽວ​ກັບ ”ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ​ໃຫ້​ກ້າວ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່””

ຂ່າວ/ບົດ​ອື່ນ