ກອງປະຊຸມຄັ້ງທີ19ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ສະຫະພັນລັດເຊຍ

ກອງປະຊຸມຄັ້ງທີ19ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ສະຫະພັນລັດເຊຍ - ảnh 1
ກອງປະຊຸມຄັ້ງທີ19ຄະນະກຳມະການລະຫວ່າງ
ລັດຖະບານຫວຽດນາມ-ສະຫະພັນລັດເຊຍ
(ພາບ: TTXVN)

(vovworld) - ວັນ​ທີ 21/09, ຢູ່​ນະ​ຄ​ອນ Saint – Petersburg, ສະ​ຫະ​ພັນ​ລັດ​ເຊຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 19 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ວິ​ທະ​ຍາ​ສາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຈິ້ງ​ດິ່ງ​ຢຸງ, ເປັນ​ປະ​ທານ​ຮ່ວມ​ ໄດ້ນຳ​ໜ້າ​​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້​າ​ຮ່ວມກອງ​ປະ​ຊຸມ​ກັບ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ສະ​ຫະ​ພັນ​ລັດ​ເຊຍ ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ່​ໜຶ່ງ Igor Shuvalov ເປັນ​ຫົວ​ໜ້າ​ຄະ​ນະ. ທີ່ກອງ​ປະ​ຊຸມຄັ້ງ​ທີ 19, 2 ຝ່າຍ​ໄດ້​ກວດ​ກາ​ຄືນ​ສະ​ພາບ​ການ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳຂອງກອງ​ປະ​ຊຸມ​ຄັ້ງ​ທີ 18, ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ໃນ​ປີຜ່ານ​ມາ ໄດ້​ຮັບ​ການ​ພັດ​ທະ​ນາ​ດີ​ພໍ​ສົ​ມ​ຄວນ. 2 ຝ່າຍ​ບັນ​ລຸ​ໄດ້ຄວາມ​ເຂົ້າ​ໃຈ​ກັນໃນ​ຫຼາຍ​ບັນ​ຫາ​ທີ່​ໄດ້​ຍົກ​ອອກ​ມາ​ເພື່ອ​ປຶກ​ສາ​ຫາ​ລື ​ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ ແລະ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​​ເພື່ອຫັນ​ການ​ຮ່ວມ​ມື​ເປັນ​ລະ​ອຽດກວ່າ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ… ສ່ວນ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ລັດ​ເຊຍ ຜູ້​ທີ່​ໜຶ່ງ Igor Shuvalov ຫວັງວ່າ, ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ 2 ຝ່າຍ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບາງ​ກົນ​ໄກ​ຮ່ວມ​ມື​ໃນຂົງ​ເຂດ​ທະ​ນາ​ຄານ, ​ການກໍ່​ສ້າງ, ພະ​ລັງ​ງານ, ການ​ທ່ອງ​ທ່ຽວ…

        ສິ້ນ​ສຸດ​ການ​ພົບ​ປະ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກກອງ​ປະ​ຊຸມ​ຄັ້ງ​ທີ 19 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ-ສະ​ຫະ​ພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ວິ​ທະ​ຍາ​ສາດ, ເຕັກ​ນິກ.

ຂ່າວ/ບົດ​ອື່ນ