ກອງປະຊຸມຄັ້ງທີ26ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ1982

ກອງປະຊຸມຄັ້ງທີ26ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ1982 - ảnh 1
ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ
(ພາບ​ປະ​ກອບ: dantri)

(vovworld) - ກອງ​ປະ​ຊຸມ​ຄັ້ງ​ທີ 26 ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖືກ​ດຳ​ເນີນໃນ​ລະ​ຫວ່າງວັນ​ທີ 20 – 24/06 ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ພິ​ຈ​າ​ລະ​ນາ​ບັນ​ດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ປີ 2015 ຂອງ​ສານ​ສາ​ກົນ ກ່ຽວ​ກັບ​ກົດ​ໝາຍ​ວ່​າ​ດ້ວຍ​ທະ​ເລ, ອົງ​ການ​ສິດອ​ຳ​ນາດພື້ນ​ມະ​ຫາ​ສະ​ມຸດ ແລະ ຄະ​ນະ​ກຳ​ມະ​ການ​ຂີ​ດ​ຂັ້ນ​ຢູ່ນອກ​ໄຫຼ່​ທະ​ວີບ ກໍ​ຄື​ບາງ​ບັນ​ຫາ​ອື່ນໆ.

ກ່າວ​ຄ​ຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ໃນ​ວັນ​ທີ 23/06, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​​ຫວຽດ​ນາມ ຢູ່​ສະ​ຫະ​ປະ​ຊ​າ​ຊາດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ, ໄດ້​ຢືນ​ຢັນ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ສົນ​ທິ​ສັນ​ຍາ​ທະ​ເລ ໃນ​ການ​ສ້າງ​ກອບກົດ​ໝາຍ​ປັບ​ປຸງ​ສິດ​ຜົນ​ປະ​ໂຫຍດ ແລະ ພັນ​ທະ​ຂອງ​ບັນ​ດາ​ສະ​ມາ​ຊິກ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ມຸດ​ຢ່າງ​ສັນ​ຕິ​ພາບ, ມີ​ຄວາມ​ຍຸ​ຕິ​ທຳ, ສະ​ຖຽນ​ລະ​ພາບ ແລະ ມີ​ປະ​ສິດ​ທິ​ຜົ​ນ, ເພື່ອ​ຄວາມ​​ວັດ​ທະ​ນາ​ຖາ​ວອນ​ລວມ​ຂອງ​ມະ​ນຸດ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່​ຽວ​ກັບ​ບັນ​ດາ​ການ​ຜັນ​ແປ່​ຫວ່າງ​ແລ້ວນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ບັນ​ດາ​ການຖົມ​ດິນ ແລະ ກໍ່​ສ້າງ​ຂອບ​ຂະ​ໜາດ​ໃຫຍ່ ເຮັດ​ໃຫ້​ປ່ຽນ​ແປງ​ລັກ​ສະ​ນະ​ທຳ​ມະ​ຊ​າດ​ຂອງ​ບາງ​ໂຄງ​ປະ​ກອບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ການ​ເຄື່ອນ​ໄຫວ​​ນຳ​ໃຊ້​ກຳ​ລັງ​ການ​ທະ​ຫານ, ເພີ່ມ​ຄວາມ​ເຄັ່ງ​ຕຶງ, ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ຮ​ຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່​ຽ​ວ​ຂ້ອງ​ຕ້ອງ​ຢຸ​ດ​ຕິ​ບັນ​ດາ​ການ​ກະ​ທຳ​ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ, ທຳ​ລາຍ​ສິ່ງ​ແວ​ດ​ລ້ອມ​ທະ​ເລ ແລະ ບໍ່​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ຢືນ​ຢັນ​ຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ​ ທີ່​ວ່າ, ບັນ​ດາ​ການ​ຂັດ​ແຍ​້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄ​ດ້​ຮັບ​ການ​ແກ້​ໄຂ​​ໂດຍສັນ​ຕິ​ວິ​ທີ, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາວ່າ​ດ້ວຍ​ທະ​ເລ; ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ປະ​ຕິ​ບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ ແລະ ບັນ​ລຸ​ໄດ​້ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

ຂ່າວ/ບົດ​ອື່ນ