ກອງປະຊຸມຄັ້ງທີ9ສະມາຄົມນັກປະພັນຫວຽດນາມ:ປ່ຽນໃໝ່,ມີຫົວຄິດປະດິດສ້າງ

ກອງປະຊຸມຄັ້ງທີ9ສະມາຄົມນັກປະພັນຫວຽດນາມ:ປ່ຽນໃໝ່,ມີຫົວຄິດປະດິດສ້າງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 11/7 ກອງ​ປະຊຸມ​ຄັ້ງ​ທີ 9 ສະມາຄົມ​ນັກ​ປະພັນ​ຫວຽດນາມ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ດ້ວຍ​ທິດ​ນຳ​ຍົກ​ສູງ​ລັກສະນະ​ຕັ້ງໜ້າ​ສັງຄົມ​ຂອງ​ນັກ​ປະພັນ, ປ່ຽນ​ໃໝ່​ຈີນ​ຕະນາ​ການ​ສິລະ​ປະ, ອາຍຸ​ການ 2015-2020, ສະມາຄົມ​ນັກ​ປະພັນ​ຫວຽດນາມ ສຸມ​ໃສ່​ບັນດາ​ວຽກ​ງານ​ຕົ້ນຕໍ​ເຊັ່ນ: ​ເລືອກ​ເຟັ້ນ ​ແລະ ໜູນ​ຊ່ວຍ​ນັກ​ປະພັນ​ໜູ່ມ​ແຕ່​ງ ບົດ​ປະພັນ​ວັນນະຄະດີ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນັກ​ປະພັນ​ເຂົ້າ​ຮ່ວມ​ພົວພັນ​ແລກປ່ຽນ​ວັດທະນະທຳ​ກັບ​ພາກ​ພື້ນ ​ແລະ ​ໂລກ…ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ ດິນ​ເທ໋ຮວີນ, ກຳມະການ​ກົມການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ,

“ຂ້າພະ​ເຈົ້າ​ສະ​ເໜີ​ໃນ​ການ​ປຶກສາ​ຫາລື, ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ທິດ​ທາງ, ໜ້າ​ທີ່​ຂອງສະມາຄົມ​ນັກ​ປະພັນ​​ໃນ​ອາຍຸ​ການຈະ​ມາ​ເຖິງ, ຄວນ​ຊາບ​ຊືມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິຢ່າງຄົບ​ຖ້ວນ ​ແລະ ​ເລິກ​ເຊິ່ງ “ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ​ຫວຽດນາມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ພັດທະນາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ“ນັກ​ປະພັນ​ຕ້ອງ​ກຳນົດ​ໄດ້​ຈຸດ​ໝາຍ​ອັນ​ສູງ​ສົ່ງ, ​ເພື່ອ​ປະ​ເທດ​ຊາດ, ​ເພື່ອ​ປະຊາຊົນ, ສູ້​ຊົນ​ເພື່ອ​ມີ​ຫຼາຍ​ບົດ​ປະພັນ​ທີ່​ມີ​ຄຸນຄ່າດ້ານ​ແນວ​ຄິດ ​ແລະ ສິລະ​ປະ​ສູງ”.

ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານສະມາຄົມ​ນັກ​ປະພັນ​ຫວຽ​ດນາມ. ນັກ​ກະວີ ຫື້​ວຖິງ ສືບ​ຕໍ່​ຮັບ​ດຳລົງ​ຕຳ​ແໜ່​ງເປັນ​ປະທານສະມາຄົມ​ອາຍຸ​ການ 2015-2020.

ຂ່າວ/ບົດ​ອື່ນ