ກອງປະຊຸມຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ກອງປະຊຸມຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ - ảnh 1
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14
(vovworld)- ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ​ 9 ວັນ, ຕອນ​ບ່າຍ​ວັນ​ທີ 29/7, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ໄດ້​ອັດ​ລົງ​ຢູ່​ຮ່າ​ໂນ້ຍດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

   ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ, ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ປະ​ທານສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຢືນ​ຢັນ​ວ່າ

    “ ດ້ວນ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ມີ​ປະ​ຊາ​ທິ​ປະ​ໄຕ, ກົງ​ໄປ​ກົງ​ມາ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ສຳ​ເລັດ​ໜ້າ​ທີ່ຈຸດ​ສຸມ​ແມ່ນ​ພິ​ຈາ​ລະ​ນາ, ຕັດ​ສິນ​ຕໍ່​ການ​ຈັດ​ຕັ້ງ, ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ລັດ, ຮັບ​ປະ​ກັນ​ຖືກ​ຕາມ​ມາດ​ຕະ​ຖານ, ເງື່ອນ​ໄຂ ແລະ ຖືກ​ຕາມ​ລະ​ບຽບ​ກົດ​ໝາຍ. ສະ​ພາ​ແຫ່ງ​ຊາດຫວັງ​ວ່າ ບັນ​ດາ​ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ, ໃຫ້​ສັດ​ຕະ​ຍາ​ບັນ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ຍົກ​ສູງ​ຄວາມ​ສາ​ມາດ, ປະ​ສິດ​ທິ​ຜົນ​ຂອງ​ທັງ​ກົງ​ຈັກ​ແຫ່ງ​ລັດ, ຕອບ​ສະ​ໜອງ​ຄວາມ​ມຸ່ງຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ນັບ​ມື້​ນັບ​ດີ​ກ່​ວາ  ”

     ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ປະ​ທານສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ​ມີ​ການ​ຜັນ​ແປ​ຢ່າງບໍ່​ສະ​ດວກ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ​ໝາກ​ຜົນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ຊີ້​ແຈ້ງວ່າ

    “ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊຸດ​ທີ 14 ຄວນ​ສືບ​ຕໍ່​ປັບ​ປຸງ, ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸ​ນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່. ສະ​ມາ​ຊິກ ສະ​ພາ​ແຫ່ງ​ຊາດ​​ແຕ່​ລະ​ທ່ານ ຄວນ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ທີ່​ສະ​ຫງ່າ​ງາມ​ຂອງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ເປັນ​ເຈົ້າ​ການ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ ສະ​ພາ​ແຫ່ງ​ຊາດ​, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ເພື່ອ​ໃຫ້​ລັດ​ຫວຽດ​ນາມ​ກາຍ​ເປັນ​ລັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ ”

ຂ່າວ/ບົດ​ອື່ນ