ກອງປະຊຸມຄົບຄະນະກຳມາທິການເສດຖະກິດຂອງສະພາແຫ່ງຊາດ

ກອງປະຊຸມຄົບຄະນະກຳມາທິການເສດຖະກິດຂອງສະພາແຫ່ງຊາດ - ảnh 1
ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 8
(ພາບ: MC)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/4, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 8 ​ເພື່ອ​ກວດກາ​ບົດ​ລາຍ​ງານ​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ ປີ 2012, ທິດ​ທາງ, ໜ້າ​ທີ່ ​ແລະ ​ແຜນກາ​ນພັດທະນາ​ເສດຖະກິດ, ສັງຄົມ​ປີ 2013.

        ທີ່​ກອງ​ປະຊຸມ​ຄັ້ງທີ 4 ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ​ໄດ້​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ ປີ 2012 ​ແລະ ​ແຜນກາ​ນພັດທະນາ​ເສດຖະກິດ - ສັງຄົມ ປີ 2013 ​ໂດຍອີງ​ໃສ່​ສະພາບ​ການ​ຂອງ 9 ​ເດືອນ​ຕົ້ນ​ປີ ​ແລະ ການປະເມີນຜົນປະຕິບັດ​ຂອງ​ປີ 2012. ບົນ​ພື້ນຖານ​ສະພາບ​ການ​ຂອງ​ໄຕ​ມາດ​ທີ 4 ​ແລະ ການ​ຕີ​ລາຄາ​ຂອງ​ທັງ​ປີ, ລັດຖະບານ​ມີ​ບົດ​ລາຍ​ງານ​ຕີ​ລາຄາ​ເພີ່ມ​ເຕີມ​ໝາກຜົນ​ການ​ປະຕິບັດ​ເສດຖະກິດ - ສັງຄົມ ປີ 2012. ຜ່ານ​ການ​ປຶກສາ​ຫາ​ລື, ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັບ​ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ, ພ້ອມ​ທັງ​ສະ​ເໜີ​ວ່າ​ບົດ​ລາຍ​ງານ​ຄວນ​ໄດ້ຮັບການຕີ​ລາຄາ​​ຢ່າງ​ເລິກ​ເຊິ່ງກ່ວາກ່ຽວ​ກັບ​ບັນດາ​ສິ່ງ​ທີ່​ບັນລຸ​ໄດ້​ໃນ​ປີ 2012. ບັນດາ​ຜູ້​ແທນ​ສະ​ເໜີ​ວ່າ​ໃນ​​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນຕ່າງໆ​ຄວນ​ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ຮີບ​ດ່ວນ​ເພື່ອ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ພ້ອມ​ກັບ​ເລື່ອງ​ຫັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ.

 

ຂ່າວ/ບົດ​ອື່ນ