ກອງປະຊຸມຄວາມປອດໄພ Munich ສິ້ນສຸດລົງ ດ້ວຍກາລະໂອກາດແກ້ໄຂວິກິດການຢູ່ຢູແກຼນ

ກອງປະຊຸມຄວາມປອດໄພ Munich ສິ້ນສຸດລົງ ດ້ວຍກາລະໂອກາດແກ້ໄຂວິກິດການຢູ່ຢູແກຼນ - ảnh 1
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden (ຂວາ) ​ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ນາ​ໂຕ Jens Stoltenberg (​ຊ້າຍ) ​ທີ່​ການ​ພົບ​ປະ​ນອກກອງ​ປະ​ຊຸມ
 (ພາບ: AFP/TTXVN)

(vovworld) - ກອງ​ປະຊຸມ​ກ່ຽວ​ກັບຄວາມ​ປອດ​ໄພ Munich ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 8/2, ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ, ​ໂດຍ​ສຸມ​ໃສ່​ບັນດາ​ເຫດການ​ເຄັ່ງຮ້ອນ​ຢູ່​ໃນ​ໂລກ, ພິ​ເສດ​ແມ່ນ​ວິ​ກິດ​ການ ຢູ່ ຢູ​ແກຼນ ​ໃນ​ປະຈຸ​ບັນ. ກ່າວ​ຄວາມ​ເຫັນ​ທີ່ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເຢັຍລະ​ມັນ Frank - Walter Steinmeier ​ໄດ້​ຊີ້​ອອກ​ບັນດາ​ຈຸດ​​ເຄັ່ງຮ້ອນ ທີ່​ກໍ່​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ, ​ທີ່ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ເຊັ່ນ: ບັນຫາ​ຊີຣີ, ອີ​ຮັກ, ອີ​ຮານ , ລີ​ບີ , ລັດທິ​ກໍ່​ການ​ຮ້າຍ, ພິ​ເສດ​ແມ່ນ​ວິ​ກິດ​ການ ຢູ່ ຢູ​ແກຼນ. ​ໃນ​ວິ​ກິດ​ການ ຢູ່ ຢູ​ແກຼນ, ທ່ານ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ​ເຢັຍລະ​ມັນ ຢືນຢັນ​ວ່າຄວາມ​ສະຫງົບ​ປອດ​ໄພ​ຢ່າງ​ໝັ້ນຄົງໃຫ້​ແກ່​ເອີ​ລົບພຽງ​ແຕ່​ບັນລຸ​ໄດ້ ​ເມື່ອ​ມີ​ລັດ​ເຊຍ ​ແລະ​ ກົງກັນຂ້າມ, ອະນາຄົດ​ອັນ​ດີງາມ​ຂອງ​ລັດ​ເຊຍຈະ​ມີ​ໄດ້ ຖ້າ​ຫາກ​ມີ​ການ​ຮ່ວມ​ມື​ກັບ​ເອີ​ລົບ. ​ທ່ານ​ຖື​ວ່າຄວາມ​ຕັ້ງ​ໃຈ​ສະໜອງ​ອາວຸດ​ໃຫ້ຢູ​ແກຼນ ບໍ່​ພຽງ​ແຕ່​​ກໍ່​ຄວາມອັນຕະລາຍ​​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ເຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຜົນປະ​ໂຫຍ​ດ​ລວມອີກ​ດ້ວຍ.


ຂ່າວ/ບົດ​ອື່ນ