ກອງປະຊຸມຄະນະຊີ້ນຳສູນກາງໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່

ກອງປະຊຸມຄະນະຊີ້ນຳສູນກາງໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ - ảnh 1
ກອງ​ປະຊຸມ​ຂອງຄະນະຊີ້​ນຳສູນ​ກາງ​ໂຄງການ​
ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່
(ພາບ: vietnamplus.vn)


(vovworld) -     ຈຳ​ເປັນຕ້ອງ​ສະຫຼຸບ, ຖອດ​ຖອນ​ບົດຮຽນ​ໃນ​ບັນດາ​ຮູບ​ແບບທີ່​ມີ​ການປະດິດ​ຄິດສ້າງ​ໃນ​ການກໍ່ສ້າງ​ຊົນນະບົດ​ໃໝ່​ ນີ້ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Vu Van Ninh ​ໃນ​ກອງ​ປະຊຸມ​ຂອງຄະນະຊີ້​ນຳສູນ​ກາງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ວັນ​ທີ 8/11, ທີ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົຕີ Vu Van Ninh ​ໄດ້​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຕ້ອງ​ຊີ້​ແຈ້ງ​ບັນດາ​ເນື້ອ​​ໃນ​ປະຕິບັດ​ເປັນ​ຢ່າງ​ດີ ກໍ​ຄື​ຂໍ້ຄົງ​ຄ້າງ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ເພື່ອ​​ຊີ້​ນຳ, ​ໃຫ້​ບັນດາ​ທ້ອງ​ຖິ່ນ​ປະຕິບັດຕາມ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີວ່າ ​ເຮັດ​ແນວ​ໃດ​ຕ້ອງ​ສະຫຼຸບ​ໄດ້​ຮູບ​ແບບ, ຖອດຖອນ​​ວິທີ​ເຮັດ​ທີດີ​ຢູ່​ຂັ້ນ​ທ້ອງ​ຖິ່ນ, ຄົ້ນ​ພົບ​ບັນດາ​ຮູບ​ແບບ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເພື່ອ​ໃຫ້​ແຂວງຕ່າງໆ​ຮໍ່າຮຽນ​ເອົາ. ທີ່​ກອງ​ປະຊຸມ, ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ວ່າ ​ໃນ​ແຕ່ລະ​ປີ​ຕ້ອງ​ສະຫງວນ​ງົບປະມານ​ຂອງທ້ອງ​ຖິ່ນ​ຢ່າງ​ໜ້ອຍ​ຊຸດ​ແມ່ນ 10% ​ເພື່ອ​ປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຄວບ​ຄູ່ປະຕິບັດ​ການ​ໂຄງການ, ​ແຜນການ​ໃນ​ບໍລິ​ເວນ. ບັນດາ​ທ້ອງ​ຖິ່ນ​ສຸມ​ໃສ່​ສຳ​ເລັດ​ວຽກ​ງານ​ວາງ​ແຜນກຳນົດ ​ແລະ ສ້າງ​ແຜນ​ຮ່າງ​ຊົນນະບົດ​​ໃໝ່ຂັ້ນ​ຕາ​ແສງ ຮັບປະກັນ​ຖືກ​ຕາມ​ລະດັບ​ຄວາມ​ຄືບ​ໜ້າ ​ແລະ ມີ​ຄຸນ​ນະພາ​ບ.

ຂ່າວ/ບົດ​ອື່ນ