ກອງປະຊຸມຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ

ກອງປະຊຸມຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ

(vovworld) - ​ ວັນ​ທີ 01/10/2016, ຢູ່ ຮ່າ​ໂນ້ຍ, ຄະນະປະຈຳ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຈັດ​ຕັ້ງ​ກອງ​ປະຊຸມ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ເລຂາ​ທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຍ້ອງຍໍ​ຄວາມ​ມານະ​ພະຍາຍາມຂອງ​ບັນດາ​ອົງການ​ດຳ​ເນີນຄະດີ​ສູນ​ກາງ, ຄະນະ​ວຽງ​ງານ​ການ​ເມືອ​ງພາຍ​​ໃນ, ອົງການ​ໄອ​ຍາການປະຊາຊົນ ​ແລະ ສານ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ, ຮີບ​ເຮັ່ງ ນຳ​ບັນດາ​ຄະດີອອກ​ສານ​ພິພາກສາຢ່າງ​ທັນ​ການ, ​ເຂັ້ມ​ງວດ, ຖືກ​ຕາມ​ຂໍ້​ກຳ​ນົກ​ຂອງ​ກົດໝາຍ. ​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ສືບ​ຕໍ່​ຍູ້​​ໄວ​ຄວາມ​ຄືບ​ໜ້າ​ແກ້​ໄຂ​ບາງ​ເຫດການ, ຄະດີ​ສໍ້​ລາດ​ບັງ​ຫລວງ, ​ເສດຖະກິດ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ​ເຊິ່ງຫາງ​ສຽງ​ສັງຄົມ​ມີ​ຄວາມ​ສົນ​ໃຈ​ພິ​ເສດ. ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ, ບັນດາ​ອົ​ງການ​ທີ່​ກ່ຽ​ວ ຂ້ອງຄວນ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ປະຕິບັດ​ພາລະ​ບົ​ົດບາດ, ໜ້າ​ທີ່, ສິດ​ອ​ຳນາດ​ຕາມ​ຂໍ້​ກຳ​ນົດຂອງ​ກົດໝາຍ​ຢ່າງ​ຖືກຕ້ອງ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານສືບສວນ​ກວດກາ, ສັນ​ລະ​ສູດ, ​ລົງ​ໂທດ​ຜູ້​ວາງ​ອຸບາຍ ນຳ​ໜ້າ, ສວຍ​ໃຊ້​ຕຳ​ແໜ່​ງ, ສິດ​ອຳນາດ​ເພື່ອ​ລະ​ເມີດ​ກົດໝາຍ, ຕັ້ງ​ໃຈ​ກໍ່ຜົນ​ຮ້າຍຢ່າງ​ຮ້າຍ​ແຮງ, ອະ​ໄພ​ຍະ​ໂທດ​ສຳລັບ​ຜູ້ບອກ​ຄວາມ​ລັບ, ດັດ​ແກ້ຕົນ​ເອງ​ຂອງ​ຕົນ ຫຼື ທົດ​ແທນ​ຄ່າ​ເສຍ​ຫາຍດ້ວຍ​ຄວາມ​ສະໝັກ​ໃຈ.

ຂ່າວ/ບົດ​ອື່ນ