ກອງປະຊຸມຊາບຊືມ ມະຕິຄະນະບໍລິຫານງານ ສູນກາງພັກຊຸດທີ 11

ກອງປະຊຸມຊາບຊືມ ມະຕິຄະນະບໍລິຫານງານ ສູນກາງພັກຊຸດທີ 11 - ảnh 1

(ພາບປະກອບ)

(vovworld)-​  ຕອນ​ເຊົ້າວັນ​ທີ 16/8, ຢູ່​ຮ່​າໂນ້ຍ, ກະຊວງ​ຊັບພະຍາກອນ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຊາບ​ຊືມມະຕິ​ກ່ຽວ​ກັບ “ການ​ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ່​ດິນ​ໃນ​ໄລຍະ​ຍູ້​ແຮງ​ພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ“ ​ແລະ ມິ​ຕິ​ກ່ຽວ​ກັບ “ການ​ເປັນ​ເຈົ້າການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ການ​ຄຸມ​ຄອງຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ“. ນະ​ທີ່​ນີ້, ທ່ານ​ຫງວຽນ​ແມ້ງ​ຫຽນ, ຮອງ​ລັດຖະມົນຕີກະຊວງ​ຊັບພະຍາກອນ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ເນັ້ນໜັກ​ວ່າ:

   “​ເພື່ອ​ນຳ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ມະຕິ​ເຂົ້າ​ໃນ​ຊີວິດ​ໂດຍ​ໄວ, ການ​ຊາບ​ຊືມ ​ແລະ ຫັນ​ບັນດາ​ເນື້ອ​ໃນ​ເປັນ​ລະບຽບ ​ແມ່ນ​ສິ່ງສຳຄັນ​ພິ​ເສດ, ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ເປັນ​ເອກະ​ພາບ​ຈາກ​ຄວາມ​ຮັບ​ຮູ້ ​ເຖິງ​ການ​ກະທຳ​ໃນ​ການຜັນ​ຂະຫຍາຍ. ສະນັ້ນ, ຄວາມ​ຮັບຜິດ​ຊອງ​ຂອງ​ຂະ​ແໜງ​ແມ່ນ​ໜັກໜ່ວງ​ທີ່​ສຸດ, ກ່ອນ​ອື່ນ​ໝົດ, ​ໃນ​ການ​ປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ, ບັນດາ​ເອກະສານ​ນິຕິ​ກຳ, ປັບປຸງ​ບູລະນະ​ກົງ​ຈັກຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ໜ້າ​ທີ່​ຈຸດ​ສຸມ, ກຳ​ໄດ້​ບັນດາ​ເນື້ອ​ໃນ​ຂອງ​ມະຕິ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ກຳມະການ ປຊຊ ສ້າງ​ແຜນການ, ​ໂຄງການ​ດຳ​ເນີນ​ງານ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ທ້ອງ​ຖິ່ນ“.

ຂ່າວ/ບົດ​ອື່ນ