ກອງປະຊຸມຍຸຕິທຳບັນດາແຂວງມີຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກ້ວາງ ຄັ້ງທີ V

(VOVWORLD) - ອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ  ທີ່ພວມດຳລົງຊີວິດໃນລາວ...
 
ກອງປະຊຸມຍຸຕິທຳບັນດາແຂວງມີຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກ້ວາງ ຄັ້ງທີ V - ảnh 1ທ່ານ ໄພວີ ສີບົວລິພາ, ລັດຖະມົນຕີກະຊວງຍຸຕິທຳ ສປປ ລາວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:Văn Tý/TTXVN

ວັນທີີ 24 ສິງຫາ, ຢູ່ແຂວງ ເງະອານ, ກະຊວງຍຸຕິທຳ ຫວຽດນາມ ໄດ້ສົມທົບກັບກະຊວງຍຸຕິທຳ ລາວ ຈັດຕັ້ງກອງປະຊຸມຍຸຕິທຳ ບັນດາແຂວງ ມີຊາຍແດນຮ່ວມ ຫວຽດນາມ  - ລາວ ເປີດກ້ວາງຄັ້ງທີ V. ກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ກະຊວງຍຸຕິທຳຂອງສອງປະເທດສືບຕໍ່ສົມທົບກັນແກ້ໄຂບັນດາກໍລະນີ ອົບພະຍົບເສລີຂອງຊາວ ຫວຽດນາມ  ທີ່ພວມດຳລົງຊີວິດໃນລາວ, ສູ້ຊົນປະຕິບັດສຳເລັດກ່ອນເດືອນ ມິຖຸນາ 2023...; ປະຕິບັດສຳເລັດການເຈລະຈາເພື່ອລົງນາມໃນສົນທິສັນຍາໜູນຊ່ວຍດ້ານຍຸຕິທຳທາງແພ່ງໂດຍໄວ, ຍົກສູງການປະຕິບັດບັນດາຄຳຮຽກຮ້ອງມອບສິດດ້ານຍະຕິທຳທາງແພ່ງໃຫ້ມີປະສິດທິຜົນ, ເພີ່ມທະວີສົມທົບກັນ ເຄື່ອນໄຫວຮ່ວມມືໜູນຊ່ວຍຍຸຕິທຳຫຼາຍຝ່າຍ ແລະ ພາກພື້ນ, ໃນນັ້ນມີການສົມທົບກັນຜັນຂະຫຍາຍປະຕິບັດຂໍ້ລິເລີ່ມຂອງ ຫວຽດນາມ ກ່ຽວກັບການເພີ່ມທະວີໜູນຊ່ວຍດ້ານຍຸຕິທຳໃນປະຊາຄົມ ອາຊຽນ.

          ຢູ່ນອກກອງປະຊຸມ, ສອງຝ່າຍໄດ້ລົງນາມໂຄງການຮ່ວມມືລະຫວ່າງກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳ ລາວ ປີ 2023; ຂໍ້ຕົກລົງຮ່ວມມືລະຫວ່າງ ວິທະຍາໄລກົດໝາຍພາກກາງ ແລະ ສະຖາບັນຍຸຕິທຳແຫ່ງຊາດ ລາວ; ຂໍ້ຕົກລົງຮ່ວມມືລະຫວ່າງພະແນກຍຸຕິທຳແຂວງ ເຊີນລາ (ຫວຽດນາມ) ແລະ ພະແນກຍຸຕິທຳ ແຂວງ ໄຊຍະບູລີ (ສປປ ລາວ).

ຕອບກັບ

ຂ່າວ/ບົດ​ອື່ນ