ກອງປະຊຸມຍ້ອງຍໍຊາວກະສິກອນຜະລິດ, ດຳເນີນທຸລະກິດເກັ່ງທົ່ວປະເທດຄັ້ງທີ 6

(VOVWORLD) -ກອງປະຊຸມຕີລາຄາສະພາບການປະຕິບັດຂະບວນການຊາວກະສິກອນແຂ່ງຂັນຜະລິດ, ດຳເນີນທຸລະກິດເກັ່ງໃນ 5 ປີຜ່ານມາ, ພ້ອມທັງຍ້ອງຍໍຊາວກະສິກອນເປັນແບບຢ່າງດີເດັ່ນ, ກ້າຄິດກ້າທຳ
ກອງປະຊຸມຍ້ອງຍໍຊາວກະສິກອນຜະລິດ, ດຳເນີນທຸລະກິດເກັ່ງທົ່ວປະເທດຄັ້ງທີ 6 - ảnh 1(ພາບປະກອບ: TTXVN)

        ຕອນເຊົ້າວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດກອງປະຊຸມຍ້ອງຍໍຊາວກະສິກອນຜະລິດ, ດຳເນີນທຸລະກິດເກັ່ງໃນທົ່ວປະເທດຄັ້ງທີ 6 ໄລຍະ 2017 – 2022. ກອງປະຊຸມຕີລາຄາສະພາບການປະຕິບັດຂະບວນການຊາວກະສິກອນແຂ່ງຂັນຜະລິດ, ດຳເນີນທຸລະກິດເກັ່ງໃນ 5 ປີຜ່ານມາ, ພ້ອມທັງຍ້ອງຍໍຊາວກະສິກອນເປັນແບບຢ່າງດີເດັ່ນ, ກ້າຄິດກ້າທຳ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ມີຄວາມຄາດຫວັງສ້າງຄວາມຮັ່ງມີຢ່າງຊອບທຳ. ບັນດາບົດປະກອບຄຳເຫັນທີ່ກອງປະຊຸມໄດ້ເຕື້ອງເຖິງເປົ້າໝາຍ, ໜ້າທີ່, ມາດຕະການແທດຈິງ, ສ້າງກຳລັງໜູນຊຸກຍູ້ຂະບວນການແກ່ນສານຂອງສະມາຄົມຊາວກະສິກອນ ຫວຽດນາມ ໃນໄລຍະທີ່ຈະເຖິງໃຫ້ບັນລຸປະສິດທິຜົນກວ່າ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ; ມະຕິກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຮອດປີ 2030, ວິໄສທັດຮອດປີ 2046.

ຕອບກັບ

ຂ່າວ/ບົດ​ອື່ນ