ກອງປະຊຸມຍ້ອງຍໍຜູ້ອາຍຸສູງດີເດັ່ນເຮັດທຸລະກິດເກັ່ງທົ່ວປະເທດຄັ້ງທີ 3

(VOVWORLD) -ຕອນເຊົ້າວັນທີ 28 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຍ້ອງຍໍຜູ້ແທນ 242 ຄົນເຊິ່ງຕາງໜ້າໃຫ້ຜູ້ອາຍຸສູງດຳເນີນທຸລະກິດເກັ່ງໃນທົ່ວປະເທດເກືອບ 400.000 ຄົນຄັ້ງທີ 3.

ກອງປະຊຸມຍ້ອງຍໍຜູ້ອາຍຸສູງດີເດັ່ນເຮັດທຸລະກິດເກັ່ງທົ່ວປະເທດຄັ້ງທີ 3 - ảnh 1 ສ່ວນບຸກຄົນ, ໝູ່ຄະນະດີເດັ່ນກໍ່ໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ,

ໃບຍ້ອງຍໍຂອງສູນກາງສະມາຄົມ

(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ,ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຍ້ອງຍໍບັນດາຜົນງານທີ່ພົ້ນເດັ່ນຂອງຜູ້ອາຍຸສູງບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງຕີລາຄາສູງບົດບາດຂອງສູນກາງສະມາຄົມຜູ້ອາຍຸສູງ ໃນການຂົນຂວາຍ, ໂຄສະນາ, ເຕົ້າໂຮມສະມາຊິກ, ປະກອບສ່ວນເປັນບ່ອນອີງໃຫ້ພັກ, ລັດຖະບານ ໃນການກໍ່ສ້າງພັກ, ສ້າງອຳນາດການປົກຄອງ ແລະ ພັດທະນາຊີວິດທາງດ້ານວັດທະນະທຳ. ທ່ານຮອງນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາສ່ວນບຸກຄົນ, ໝູ່ຄະນະດີເດັ່ນ ແລະ ສູນກາງສະມາຄົມຜູ້ອາຍຸສູງ ຈະສືບຕໍ່ເສີມຂະຫຍາຍບົດບາດເຂົ້າຮ່ວມການພັດທະນາເສດຖະກິດຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ, ຍູ້ແຮງການໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ໃນການສ້າງກົນໄກ, ນະໂຍບາຍກ່ຽວກັບການພັດທະນາເສດຖະກິດ, ສັງຄົມ.

        ເນື່ອງໃນໂອກາດນີ້, ບັນດາສ່ວນບຸກຄົນ, ໝູ່ຄະນະດີເດັ່ນກໍ່ໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ, ໃບຍ້ອງຍໍຂອງສູນກາງສະມາຄົມ ດ້ວຍບັນດາຜົນງານພົ້ນເດັ່ນໃນການຜະລິດ, ດຳເນີນທຸລະກິດເກັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ