ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ

(VOVWORLD) - ວັນທີ 09 ຕຸລາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ 2020 ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ວັດທະນາຖາວອນໝັ້ນຄົງຍາວນານ”. 

ເຫດການໂດຍສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ (AMCHAM), ຫ້ອງການການຄ້າ ອາເມລິກາ ພ້ອມກັບຫ້ອງການການຄ້າ ຫວຽດນາມ (VCCI) ສົມທົບກັນຈັດຕັ້ງ ເຊິ່ງມີການເຂົ້າຮ່ວມໂດຍກົງ ແລະ ທາງອອນລາຍຂອງການນຳລັດຖະບານ, ອະດີດເຈົ້າໜ້າທີ່ອາເມລິກາ ແລະ ຜູ້ຕາງໜ້າຂອງບັນດາວິສາຫະກິດໃຫຍ່ຂອງ 2 ປະເທດ.

ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ - ảnh 1ທ່ານ ຫວູຕ໊ຽວນໂລກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ VCCI ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ມາຍລຽນ/VOV5

ທີ່ກອງປະຊຸມ, ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

        “ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງລັດຖະບານ ແລະ ຄູ່ຮ່ວມມືລົງທຶນ ອາເມລິກາ, ຜ່ານກອງປະຊຸມຄັ້ງນີ້ ພວກຂ້າພະເຈົ້າຢາກເພີ່ມທະວີການເຊື່ອມຕໍ່ກັບບັນດານັກລົງທຶນ, ສົ່ງເສີມບັນດາກຸ່ມບໍລິສັດໃຫຍ່ ອາເມລິກາ ສືບຕໍ່ເປີດກ້ວາງ ແລະ ລົງທຶນໃໝ່ຢູ່ ຫວຽດນາມ. ຮ່ວມມື ແລະ ສ້າງໂອກາດ ເພື່ອໃຫ້ວິສາຫະກິດ ຫວຽດນາມ ໄດ້ເຂົ້າຮ່ວມໃນລະບົບສະໜອງທົ່ວໂລກ.

        ສ່ວນທ່ານ Myron Brilliant, ຮອງປະທານຝ່າຍບໍລິຫານ ແລະ ຫົວໜ້າຂະແໜງສາກົນ, ຫ້ອງການການຄ້າ ອາເມລິກາ ຢືນຢັນວ່າ AMCHAM ແລະ VCCI ຈະສືບຕໍ່ສ້າງຂອບເຂດການຮ່ວມມືກ່ຽວກັບດ້ານການຄ້າຕາມທິດແທດຈິງ ແລະ ມີປະສິດທິຜົນ. ທ່ານ Myron Brilliant ໃຫ້ຮູ້ວ່າ:

        “ເຖິງວ່າຍັງມີສິ່ງຕິດຂັດບາງຢ່າງກໍ່ຕາມ, ແຕ່ພວກຂ້າພະເຈົ້າຮັບຮູ້ໄດ້ວ່າ 2 ຝ່າຍບັນລຸໄດ້ຜົນສຳເລັດຫລາຍຢ່າງທີ່ກ່ຽວຂ້ອງເຖິງການສຳຜັດຕະຫລາດ, ຊຸກຍູ້ບັນດາບໍລິສັດ, ວິສາຫະກິດ ອາເມລິກາ ເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ໃຫ້ຫລາຍກ່ວາອີກ.

ກອງປະຊຸມດຳເນີນທຸລະກິດ ຫວຽດນາມ - ອາເມລິກາ - ảnh 2ທ່ານນາງ Virginia Foote, ປະທານສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ. ພາບ: ມາຍລຽນ/VOV5

        ກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ແມ່ນເຫດການສຳຄັນ, ສ້າງຂີດໝາຍ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ (1995 – 2020).

ຕອບກັບ

ຂ່າວ/ບົດ​ອື່ນ