ກອງປະຊຸມຕີລາຄາວຽກງານນຳພາ, ຊີ້ນຳ, ບໍລິຫານຂອງພັກ, ລັດ ກ່ຽວຂ້ອງເຖິງເຂດ ໄຕງວຽນ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮຽກຮ້ອງວ່າ ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ ເຂດ ໄຕງວຽນ ຄວນເອົາໃຈໃສ່ພິເສດເຖິງມາດຕະການພື້ນຖານທີ່ສຸດ, ນັ້ນແມ່ມ ພັດທະນາເສດຖະກິດ - ສັງຄົມ, ບັນຫາຈັດຕັ້ງປະຕິບັດບັນດານະໂຍບາຍສາສະໜາ
ກອງປະຊຸມຕີລາຄາວຽກງານນຳພາ, ຊີ້ນຳ, ບໍລິຫານຂອງພັກ, ລັດ ກ່ຽວຂ້ອງເຖິງເຂດ ໄຕງວຽນ - ảnh 1ກອງປະຊຸມຈັດຂຶ້ນຢູ່ ຮ່າໂນ້ຍ
(ພາບ: ກະຊວງຕຳຫຼວດ ຫວຽດນາມ)

ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ 5 ແຂວງ ເຂດ ໄຕງວຽນ, ລວມມີ: ດັກລັກ, ດັກນົງ, ເລີມດົ່ງ, ຢາລາຍ, ກອນຕຸມ, ຈັດກອງປະຊຸມຕີລາຄາວຽກງານການນຳພາ, ຊີ້ນຳ, ບໍລິຫານ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວຂ້ອງເຖິງເຂດ ໄຕງວຽນ. ທີ່ກອງປະຊຸມ, ບັນດາຜູ້ແທນຢັ້ງຢືນວ່າ: ໄຕງວຽນ ແມ່ນເຂດຍຸດທະສາດດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດແມ່ນມາດຕະການພື້ນຖານທີ່ສຸດເພື່ອຮັບປະກັນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສະຖຽນລະພາບຢູ່ເຂດ ໄຕງວຽນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຮຽກຮ້ອງວ່າ ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ ເຂດ ໄຕງວຽນ ຄວນເອົາໃຈໃສ່ພິເສດເຖິງມາດຕະການພື້ນຖານທີ່ສຸດ, ນັ້ນແມ່ມ ພັດທະນາເສດຖະກິດ - ສັງຄົມ, ບັນຫາຈັດຕັ້ງປະຕິບັດບັນດານະໂຍບາຍສາສະໜາ, ຊົນເຜົ່າ, ເອົາໃຈໃສ່ເບິ່ງແຍງເຖິງການສ້າງລະບົບການເມືອງຢູ່ຂັ້ນຮາກຖານ, ສ້າງຖັນແຖວພະນັກງານແມ່ນຊາວຊົນເຜົ່າສ່ວນໜ້ອຍ ເໝາະສົມກັບລັກສະນະ, ສະພາບການຂອງທ້ອງຖິ່ນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບດ້ານການເມືອງຢູ່ເຂດ ໄຕງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ