ກອງປະຊຸມຕ້ານໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າບັນດາເຂດທົ່ງພຽງແມ່ນ້ຳຂອງ

ກອງປະຊຸມຕ້ານໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າບັນດາເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ກອງປະຊຸມຕ້ານໄພແຫ້ງແລ້ງ,ນ້ຳເຄັມຊຶມເຂົ້າບັນດາເຂດທົ່ງພຽງ
ແມ່ນ້ຳຂອງ

(vovworld) - ຕອນ​ເຊົ້າ​ວັນ​ທີ 17/2, ຢູ່​ແຂວງ ​ເກິ່ນ​ເທີ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ຈັດ​ຕັ້ງ “ກອງ​ປະຊຸມ​ຕ້ານ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ​ບັນດາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ“. ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ, ຍ້ອນ​ສະພາບ​ນຳ້​ລົງ​ຕຳ່​ພາ​ໄປ​ເຖິງ​ໄພ​ແຫ້ງ​ແລ້ງ, ນຳ້​ເຄັມ​ຊຶມ​ເຂົ້າ​ຢ່າງ​ຮ້າຍ​ແຮງ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ປີ 2015-2016. ນີ້​ແມ່ນ​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ​ທີ່​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ 90 ປີຜ່ານມາ. ອັນ​ໄດ້ກໍ່ຜົນ​ຮ້າຍ​ຢ້ອນ​ຫຼັງຢ່າງ​​ໃຫຍ່​ຫຼວງ ​ແລະ ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ການ​ຜະລິດ​ກະສິກຳ, ການ​ປ່າ​ໄມ້, ສິນ​ໃນ​ນຳ້ ກໍ່​ຄື​ການ​ສະໜອງ​ນຳ້​ສະອາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ຍ້ອນ​ເຫດ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ; ບັນດາ​ທ້ອງ​ຖີ່​ນຕ້ອງ​ເຂົ້າ​ຮ່ວມ​ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ເໝາະ​ສົມ, ​ເພື່ອ​ປ້ອງ​ກັນ, ຕ້ານ​ສະພາບ​ແຫ້ງ​ແລ້ງ ​ແລະ ນຳ້​ເຄັມ​ຊຶມ​ເຂົ້າຢ່າງ​ທັນ​ການ; ຫຼຸດຜ່ອນ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​ຂອງໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າຢູ່​ບັນດາ​ເຂັດ​ຜະລິດ​ຈຸດ​ສຸມ​ນີ້. ​

ຂ່າວ/ບົດ​ອື່ນ