(vovworld) – ຕອນເຊົ້າວັນທີ 8/4, ຄະນະພັກນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມພະນັກງານຫຼັກແຫຼ່ງນະຄອນ ເພື່ອຮັບຟັງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ແນະນຳຂໍ້ມູນຂ່າວສານໝາກຜົນຂອງບັນດາຄຳໝັ້ນສັນຍາຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງການສ້າງປະຊາຄົມ ອາຊຽນ ໃນປີ 2015.
ຂໍ້ມູນຂ່າວສານທີ່ໂຄສະນາເຜີຍແຜ່ທີ່ກອງປະຊຸມ ໄດ້ຊ່ວຍໃຫ້ບັນດາພະນັກງານຫຼັກແຫຼ່ງຂອງນະຄອນເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາຈຸດພົ້ນເດັ່ນໃນວິວັດການເຄື່ອໄຫວຂອງ ອາຊຽນ ໃນຕະຫຼອດ 46 ປີຜ່ານມາ ແລະ ບັນດາສິ່ງທ້າທາຍເຊິ່ງປະຊາຄົມ ອາຊຽນ ພວມປະເຊີນໜ້າ. ບັນດາຜູ້ແທນກໍ່ໄດ້ແນະນຳກ່ຽວກັບແຜນກຳນົດທິດ ແລະ ການເຂົ້າຮ່ວມຂອງຫວຽດນາມ ໃນອາຊຽນ ແຕ່ນີ້ຮອດປີ 2015 ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມິຄວາມຮັບຜິດຊອບ, ຊຸກຍູ້ການສ້າງຕັ້ງປະຊາຄົມ ອາຊຽນ ແທດເໝາະ ກັບຜົນປະໂຫຍດຂອງ ຫວຽດນາມ ແລະ ບົນພື້ນຖານກົດບັດ ອາຊຽນ, ສ້າງ ອາຊຽນ ນັບມື້ນັບສະໜິດຕິດພັນ ແລະ ໝັ້ນຄົງເຂັ້ມແຂງກ່ວາ, ຈາກນັ້ນ ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ສາກົນຂອງຫວຽດນາມ, ສ້າງທ່າຍຸດທະສາດດີກ່ວາໃຫ້ແກ່ ຫວຽດນາມ ໃນການພົວພັນກັບບັນດາຄູ່ຮ່ວມມືຢູ່ພາຍນອກ.