ກອງປະຊຸມທົ່ວປະເທດຜັນຂະຫຍາຍໜ້າທີ່ວຽກງານໂຄສະນາສຶກສາປີ 2014

ກອງປະຊຸມທົ່ວປະເທດຜັນຂະຫຍາຍໜ້າທີ່ວຽກງານໂຄສະນາສຶກສາປີ 2014 - ảnh 1
ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫຼຸບ​ວຽກ​ງານ​ໂຄສະນາ​ສຶກສາ​ປີ 2013
​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014
(ພາບ: TTXVN)


(vovworld) - ວັນ​ທີ 13/01, ຢູ່​ຮ່​າໂນ້ຍ, ຄະນະ​ໂຄສະນາ​ສຶກສາສູນ​ກາງ ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫຼຸບ​ວຽກ​ງານ​ໂຄສະນາ​ສຶກສາ​ປີ 2013 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ ​ເນັ້ນ​ໜັກ​ວ່າ: ປີ 2014 ຂະ​ແໜງໂຄສະນາ​ສຶກສາຄວນ​ສຸມ​ໃສ່​ຈັດ​ຕັ້ງ​ການ​ຊາບ​ຊຶມ, ຜັນ​ຂະຫຍາຍ​ການ​ປະຕິບັດ​​ບັນດາ​ມະຕິ, ຄຳ​ສັ່ງ​ຊີ້​ນຳ, ຂໍ້​ສະຫຼຸບ​ຂອງ​ຄະນະ​ບໍລິຫານ​ງານສູນກາງ, ກົມ​ການ​ເມືອງ, ຄະນະ​ເລ​ຂາຢ່າງ​ມີ​ປະສິດທິ​ຜົນ. ພິ​ເສດ​ແມ່ນ​ບັນດາ​ເອກະສານ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 8 ​ແລະ ບັນດາ​ກອງ​ປະຊຸມ​ສູນ​ກາງ​ໃນ​ປີ 2014. ຂະ​ແໜງ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ກະຊວງ, ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ເພື່ອ​ໂຄສະນາ, ສຶກສາ​ກ່ຽວ​ກັບ​ລັດຖະທຳ​ມະນູນ, ປະກອບສ່ວນ​ນຳ​ລັດຖະທຳ​ມະນູນ​ເຂົ້າສູ່ຊີ​ວິດ, ​ເຮັດ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ຄວາມ​ໝາຍ​ປະ​ຫວັດ​ສາ​ດ ​ແລະ ບັນດາ​ຄຸນຄ່າ​ໃໝ່​ຂອງລັດຖະທຳ​ມະນູນ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຕາມ​ກົດໝາຍ.

ຂ່າວ/ບົດ​ອື່ນ