ກອງປະຊຸມທະເລ ອາຊຽນ ຈັດຂຶ້ນຢູ່ ຫວຽດນາມ ແຕ່ວັນທີ 17-19 ຕຸລາ

(VOVWORLD) - ຫວຽດນາມ ຫວັງວ່າ ບັນດາປະເທດ ອາຊຽນ ຈະສືບຕໍ່ຮ່ວມເດີນທາງ, ຕັ້ງໜ້າແລກປ່ຽນເພື່ອມຸ່ງໄປເຖິງເປົ້າໝາຍເພີ່ມທະວີການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ
ກອງປະຊຸມທະເລ ອາຊຽນ ຈັດຂຶ້ນຢູ່ ຫວຽດນາມ ແຕ່ວັນທີ 17-19 ຕຸລາ  - ảnh 1(ພາບປະກອບ: bnews.vn)

ແຕ່ວັນທີ 17-19 ຕຸລາ, ກອງປະຊຸມກຸ່ມວຽກງານຄົມມະນາຄົມທາງທະເລຄັ້ງທີ 45 ຂອງ ອາຊຽນ (MTWG) ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. ກອງປະຊຸມປີນີ້ໂດຍກົມເດີນທະເລ ຫວຽດນາມ ເປັນຫົວໜ້າກຸ່ມ ແລະ ເປັນເຈົ້າພາບຈັດຂຶ້ນ. ກອງປະຊຸມຈະປຶກສາຫາລືກ່ຽວກັບການປະຕິບັດແຜນຍຸດທະສາດຄົມມະນາຄົມຂົນສົ່ງ ກົວລາລຳເປີ 2016-2025, ບັນດາຂໍ້ລິເລີ່ມໃໝ່ໃນຂົງເຂດຄົມມະນາຄົມທາງທະເລ ແລະ ການພັດທະນາແບບຍືນຍົງພາຍຫຼັງໂລກລະບາດໂຄວິດ-19, ກໍ່ຄືລະດັບຄວາມຄືບໜ້າໃນການປະຄິບັດແຜນການກະທຳ 2022-2023 ກ່ຽວກັບການຈາລະຈອນສິນຄ້າ ແລະ ການຄຸ້ມຄອງສິ່ງເສດເຫຼືອຈາກກ່ຳປັ່ນ.

ຕາມການນຳຂອງກົມການເດີນທະເລ ຫວຽດນາມ ແລ້ວ, ດ້ວຍບົດບາດເປັນປະທານກອງປະຊຸມ MTWG 45, ຫວຽດນາມ ຫວັງວ່າ ບັນດາປະເທດ ອາຊຽນ ຈະສືບຕໍ່ຮ່ວມເດີນທາງ, ຕັ້ງໜ້າແລກປ່ຽນເພື່ອມຸ່ງໄປເຖິງເປົ້າໝາຍເພີ່ມທະວີການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ, ສ້າງປະຖົມປັດໃຈເພື່ອພັດທະນາຂະແໜງການເດີນທະເລໂລກ ເວົ້າລວມ ແລະ ອາຊຽນ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ