ກອງປະຊຸມທາງໄກທົ່ວປະເທດກ່ຽວກັບການພັດທະນາການທ່ອງທ່ຽວຢ່າງວ່ອງໄວແລະຍືນຍົງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຂະແໜງທ່ອງທ່ຽວໄດ້ຮັບການກຳນົດວ່າເປັນຂະແໜງເສດຖະກິດປາຍແຫຼມ, ປະກອບສ່ວນສຳຄັນເຂົ້າໃນການສ້າງວຽກເຮັດງານທຳ
ກອງປະຊຸມທາງໄກທົ່ວປະເທດກ່ຽວກັບການພັດທະນາການທ່ອງທ່ຽວຢ່າງວ່ອງໄວແລະຍືນຍົງ - ảnh 1(ກອງປະຊຸມ “ພັດທະນາການທ່ອງທ່ຽວ ຫວຽດນາມ ຢ່າງວ່ອງໄວ ແລະ ຍືນຍົງ”)

ຕອນເຊົ້າວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ “ພັດທະນາການທ່ອງທ່ຽວ ຫວຽດນາມ ຢ່າງວ່ອງໄວ ແລະ ຍືນຍົງ”. ກອງປະຊຸມໄດ້ດຳເນີນແບບທາງໄກ ໂດຍເຊື່ອມຕໍ່ລະຫວ່າງສຳນັກງານລັດຖະບານກັບສຳນັກງານຄະນະກຳມະການປະຊາຊົນຂອງ 63 ແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນກອງປະຊຸມສຳມະນາກ່ຽວກັບການພັດທະນາການທ່ອງທ່ຽວຄັ້ງທີ 2 ທີ່ໄດ້ຈັດຂຶ້ນໃນປີ 2023.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຂະແໜງທ່ອງທ່ຽວ ໄດ້ຮັບການກຳນົດວ່າເປັນຂະແໜງເສດຖະກິດປາຍແຫຼມ, ປະກອບສ່ວນສຳຄັນເຂົ້າໃນການສ້າງວຽກເຮັດງານທຳ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ດຶງດູດການລົງທຶນ. ຂະແໜງທ່ອງທ່ຽວຫວຽດນາມ ຕ້ອງປ່ຽນແປງໃໝ່ຈິນຕະນາການ, ມີວິທີປະຕິບັດດ້ວຍມາດຕະການຢ່າງມີຫົວຄິດປະດິດສ້າງ, ບຸກທະລຸ, ຄົບຊຸດ ແລະ ມີປະສິດທິຜົນ... ເພື່ອພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ບັນລຸເປົ້າໝາຍ ຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 35 ລ້ານເທື່ອຄົນໃນປີ 2025 ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 120 ລ້ານເທື່ອຄົນ; ຮອດປີ 2030 ຈະຕ້ອນຮັບແຂກທ່ອງທ່ຽວສາກົນ 50 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວພາຍໃນປະເທດ 160 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ