ກອງປະຊຸມທາບທາມຄວາມເຫັນເຂົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນ - EU

ກອງປະຊຸມທາບທາມຄວາມເຫັນເຂົ້າໜ້າທີ່ເສດຖະກິດຂັ້ນສູງອາຊຽນ - EU - ảnh 1
(ກອງ​ປະຊຸມ​ SEOM - EU)

(vovworld) -     ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ເຂົ້າ​ໜ້າ​ທີ່​ເສດຖະກິດ​ຂັ້ນ​ສູງ​ອາ​ຊຽນ - EU (SEOM - EU) ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/03. ທີ່​ກອງ​ປະຊຸມ, ບັນດາ​ເຂົ້າ​ໜ້າ​ທີ່​ເສດຖະກິດ​ອາ​ຊຽນ ​ແລະ EU ​​ໄດ້​ປຶກສາ​ຫາ​ລື​ກ່ຽວ​ກັບ​ສະພາບ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ ລະຫວ່າງອາ​ຊຽນ - EU, ສະພາບ​ການ​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ ອາ​ຊຽນ - EU ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ເນື້ອ​ໃນ​ທີ່ຈະລາຍງານ​ຕໍ່​ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ  ຂະ​ຫຼວງ​ໃຫຍ່ການ​ຄ້າ EU. ທ່ານ​ນາງ Helena Koning, ຫົວ​ໜ້າ​ຜູ້​ຮັບຜິດຊອບ​ດ້ານ​ການ​ຄ້າ​ຂອງ EU ປະຈຳ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອົດສຕາ​ລີ ​ແລະ ນິວຊີ​ແລນ ​ໃຫ້​ຮູ້​ວ່າ.

        “ຄວາມ​ຈິ່ງ​ແລ້ວ, ນີ້​ແມ່ນ​ກອງ​ປະຊຸມ​ກະກຽມ​ໃຫ້​ແກ່​ການ​ເຈລະຈາ​ລະຫວ່າງ​ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່ EU ຕາມ​ຂັ້ນຕອນໃນ 2 ປີຜ່ານມາ. ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດຢ່າງ​ສຳ​ເລັດ. ນອກຈາກ​ນັ້ນ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຂໍ້​ສະ​ໜີ​ລາຍການ​ເຮັດ​ວຽກ 2 ປີ​ຈະ​ມາ​ເຖິງ. ລາຍການ​ດັ່ງກ່າວ​ໄດ້​ສຸມ​ໃສ່​​ການ​ໜູນ​ຊ່ວຍ ​ແລະ ​ແລກປ່ຽນ​ຂ້ໍ​ມູນ​ຂ່າວ​ທີ່​ມີ​ປະໂຫຍດ​ໃຫ້​ທັງ​ອາ​ຊຽນ ​ແລະ EU.”

        ການພົວພັນດ້ານການຄ້າ, ການລົງທຶນ ອາຊຽນພວມມີທ່າພັດທະນາທີ່ດີສຸດ. ປີ 2012, EU ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການຄ້າໃຫຍ່ອັນ​ດັບ 3 ຂອງ​ອາ​ຊຽນ ​ແລະ ສືບ​ຕໍ່​ແມ່ນ​ແຫຼ່ງລົງທຶນ​ໂດຍ​ກົງ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 3 ຂອງ​ອາ​ຊຽນ ແລະ ​ສືບ​ຕໍ່​ແມ່ນ​ແຫູ່​ງລົງທຶນ​ໂດຍ​ກົງຕ່າງປະເທດ​ໃຫຍ່​ສຸດ​ຂອງ​ອາ​ຊຽນ. ສຳລັບ​ຫວຽດນາມ, EU ພວມ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນດັບ 2 ທັງແມ່ນຕະຫຼາດ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ. ປີ 2012, ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - EU ບັນລຸ​ໄດ້​ກວ່າ 29 ຕື້ USD.

ຂ່າວ/ບົດ​ອື່ນ