ກອງປະຊຸມທາບທາມຄຳເຫັນດ້ານການເມືອງຫວຽດນາມ-ໄທຄັ້ງທີ6

ກອງປະຊຸມທາບທາມຄຳເຫັນດ້ານການເມືອງຫວຽດນາມ-ໄທຄັ້ງທີ6 - ảnh 1
ກອງ​ປະ​ຊຸມ​ທາບ​ທ່າມ​ຄຳ​ເຫັນ​ດ້ານ​ການ​ເມືອງ
ຄັ້ງ​ທີ 6 ຫວຽດ​ນາມ -ໄທ
ພາບ:baonhandan

(vovworld)-  ໂດຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ, ທ່ານ​ດັ້ງ​ດີງ​ກູຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ດຳ​ເນີນ​ການ​ທາບ​ທ່າມ​ຄຳ​ເຫັນ​ດ້ານ​ການ​ເມືອງ ຄັ້ງ​ທີ 6 ກັບ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ໄທໃນ​ວັນ​ທີ 15/2 ຢູ່ ໄທ. ເນື່ອງ​ໃນ​ໂອ​ກາດນີ້, ທ່າ​ນ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ດີງ​ກູຍ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ ດອນ ປາ​ມຸດ​ວິ​ໄນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ ຕາ​ມ​ພິ​ທີ​ການ​ທູດ ແລະ ເຈ​ລະ​ຈາ​ກັບ​​ທ່ານ ບຸດ​ສະ​ຢາ ມາ​ເທ​ລີນ ເລ​ຂາ​ທິ​ການ ຜູ​້ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ແລະ ເຮັດ​ວຽກ​ກັບ​ພົນ​ຈັດ​ຕະ​ວາ ​ອາ​ພິ​ສັກ ສົມ​ບຸດ​ຈະ​ເລີນ​ນົນ, ຫົວ​ຫນ້າ​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄທ.

ທີ່​ການ​ທາບ​ທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 6, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ໃນ​ຫລາຍ​ມາດ​ຕະ​ການ ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປ້ອງ​ກັນ​ຊາດ, ການ​ຄ້າ, ການ​ລົງ​ທຶນ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ແຮງ​ງານ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ. ສອງ​ຝ່າຍ​ຢືນ​ຢັນ​ຈະ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ແລະ ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ ພ້ອມ​ທັງ​ມີ​ຄຳ​ໝັ້ນ​ສັນ​ຍາ ຮັກ​ສາ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທີ່​ການ​ຕ້ອນ​ຮັບ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີດັ້ງ​ດີງ​ກູຍ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄທ ດອນ ປາ​ມຸດ​ວິ​ໄນ ປາດ​ຖະ​ຫນາ​ວ່າ ສອງ​ຝ່າຍ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ປາດ​ຖະ​ຫນາວ່າ ອາ​ຊຽນ ຈະ​ມີ​ຄວາມ​ສາ​ມັກ​ຄີ, ຮັກ​ສາ​ບົດ​ບາດ​ໃຈ​ກາງ, ມີ​ທັດ​ສະ​ນະ​ລວມ​ໃນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ພາກ​ພື້ນ ແລະ ສາ​ກົນ, ແລະຫວັງ​ວ່າ ເຂດ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ເຂດ​ທະ​ເລແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ