ກອງປະຊຸມນັກ ວິທະຍາສາດໜຸ່ມ ໃນຂົງເຂດ ວິທະຍາສາດ ແລະ ເຕັກໂນໂລຢີ

ກອງປະຊຸມນັກ ວິທະຍາສາດໜຸ່ມ ໃນຂົງເຂດ ວິທະຍາສາດ ແລະ ເຕັກໂນໂລຢີ - ảnh 1
ກອງ​ປະຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກວິທະຍາສາດ​ໜຸ່ມ​ເປັນ​ຈຳນວນ​ຫຼວງ​ຫຼາຍ ( ພາບ : Internet)


Vovworld- ຕອນ​ເຊົ້າ​ວັນ​ທີ 3/11 ຢູ່​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ວິທະຍາສາດ​ທຳ​ມະ​ຊາດ​ສັງກັດ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໄດ້​ຈັດ​ກອງ​ປະຊຸມ​ບັນດາ​ນັກວິທະຍາສາດ​ໜຸ່ມ​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຄັ້ງ​ທີ່ 2. ນີ້​ແມ່ນ​ໂອກາດ​ເພື່ອໃຫ້ບັນດາພະນັກງານໜຸ່ມຢູ່ ມະຫາວິທະຍາ​ໄລຕ່າງໆ ແລະ ບັນດາ ຫົວໜ່ວຍຄົ້ນຄ້ວາຫວຽດນາມໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ຮ່ວມມືໃນຂົງເຂດຄົ້ນຄ້ວາ ວິທະຍາສາດ, ປະກອບສ່ວນຊຸກຍູ້ການ ພັດທະນາ ດ້ານວິທະຍາສາດ, ​ເຕັກ​ໂນ​ໂລ​ຢີຂອງ​ຫວຽດນາມ​ໃນ​ອະນາຄົດ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ກ່ວາ 270 ກິດຈະກຳ​ວິທະຍາສາດ​ຂອງ​ບັນດາ​ນັດ​ວິທະຍາສາດ​ໜຸ່ມ​ຊຶ່ງ​ໄດ້​ສຸມ​ໃສ່​ຄົ້ນ​ຄ້ວາ​ໃນ​ຫຼາຍ​ຂົງ​ເຂດ. ທ່ານ​ Nguyen Anh Tuan ສັງກັດ ມະຫາວິທະຍາ​ໄລ​ວິທະຍາສາດ​ທຳ​ມະ​ຊາດ​ - ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ :

ກອງ​ປະຊຸມ​ນັກວິທະຍາສາດ​ໜຸ່ມ​ນີ້​ແມ່ນ​ກອງ​ປະຊຸມ​ທີ່​ມີ​ປະ​ໂຫຍ​ດ, ຊ່ວຍ​ບັນດາ​ນັກວິທະຍາສາດ​ໜຸ່ມ​ແລກປ່ຽນ​ບົດຮຽນ. ຂ້າພະ​ເຈົ້າ​ເຫັນ​ວ່າ​ກອງ​ປະຊຸມ​ໄດ້​ດຶງ​ດູດ​ນັກວິທະຍາສາດ​ໜຸ່ມ​ຫຼາຍ​ຄົນ​ໃນ​ປະ​ເທດ​ເຂົ້າຮ່ວມ​ດ້ວຍ​ບັນດາ​ຫົວ​ເລື່ອງ​ອຸດົມສົມບູນ, ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ​ໃນ​ເບື້ອງ​ຕົ້ນອາດ​ຈະ​ບໍ່​ທັນ​ມີ​ການ​ໝູນ​ໃຊ້​ເຂົ້າຕົວ​ຈິງ ​ແຕ່​ກໍ່​ແມ່ນ​ບາ​ດກ້າວ​ເຊື່ອມ​ຕໍ່​ເພື່ອ​ມີ​ການ​ຮ່ວມ​ສຳພັນ​ເພື່ອ​ເຮັດ​ບັນດາ​ຫົວ​ເລື່ອງ​ທີ່ນຳ​ເຂົ້າຕົວ​ຈິງ

ຂ່າວ/ບົດ​ອື່ນ