ກອງປະຊຸມນັດສາມັນກະຊວງການຕ່າງປະເທດ

ກອງປະຊຸມນັດສາມັນກະຊວງການຕ່າງປະເທດ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)

(vovworld) - ​ ​​ທີ່ການ​ປະ​ຊຸມ​​ຂ່າວ​ສາ​ກົນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ເຊິ່ງ​ຖືກ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 09/02, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​​ທີ່ກ່ຽວ​ຂ້ອງ​ເຖິງ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ​​ຕໍ່​ເລື່ອງ​ທ​ະ​ນາ​ຄານ​ຈີນ ເປີດ​ສາ​ຂາ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ທີ່​ເອີ້ນ​ວ່າ “ນະ​ຄອນຊານ​ຊາ” ຢູ່​ເກາະ​ຟຸ໋​ເລີມ, ຂຶ້ນ​ກັບ​ໝູ່​ເກ​າ​ະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ຢືນ​ຢັນ​ວ່​າ, 2 ໝູ່​ເກ​າ​ະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ​ແມ່ນຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ.

        “ພວກ​ຂ້າ​ພະ​ເຈົ້າ​ໄດ້​ຢັ້ນ​ຢືນ​ເປັນ​ຫຼາຍ​ເທື່ອ​ແລ້ວ, ຫວຽດ​ນ​າມ ມີ​ອະ​ທິ​ປະ​ໄຕທີ່ບໍ່​ສາ​ມາດໂຕ້​ຖຽນ​ກັນ​ໄດ້​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ສະ​ນັ້ນ, ທຸກວຽກ​ງານ​ຂອງ​ຕ່າງ​ປະ​ເທດ​ຖ້າ​ປະ​ຕິ​ບັດ​ຢູ່​ເຂດນີ້ ​ແຕ່ບໍ່​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຂອງ​ຫວຽດ​ນາມ ລ້ວນ​ແຕ່​ຜິດ​ກົດ​ໝາຍ ແລະ ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້​ຄວາມ​ຈິງ​ທີ່​ວ່າ ຫວຽດ​ນາມ ມີ​ອະ​ທິ​ປະ​ໄຕ​ຢ່າງ​ພຽງ​ພໍ​ສຳ​ລັບ​ເຂດນີ້”.

        ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ ພວ​ມ​ຜັນ​ຂະ​ຫຍາຍ ວີ​ຊາ​ເອ​ເ​ລັກ​ໂຕ​ນິກ (e-visa) ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກໃຫ້​ນັກ​ທ່​ອງ​ທ່ຽວ​ມາ​ຫວຽດ​ນາມ, ທ່ານ​ເລ​ຫາຍ​ບິ່ງ​ໃຫ້​ຮູ້​ວ່າ.

        “ໂດຍ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ວີ​ຊາ​ເອ​ເລັກ​ໂຕ​ນິກ, ກະ​ຊວງ​ການ​ຕ່າງ​ປະ​ເທດ ພວມ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງທີ​ຂອງ​ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ ເພື່ອ​ເຮັດ​ແນວ​ໃດ​​ໃຫ້​ແຜນ​ນະ​ໂຍ​ບາຍນີ້​ໄດ້​ຮັບ​ການຜັນ​ຂະ​ຫຍາຍ​​ດີ​ທີ່​​ສຸດ​ເພື່ອ​ໃຫ້​ນັກ​ທ່ອ​ງ​ທ່ຽວ, ກ​ໍ​ຄື​ຊາວ​​ຕ່າງ​ປະ​ເທດຢາກ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ. ແຜນ​ນະ​ໂຍ​ບາຍ​ປະ​ຕິ​ບັດວີ​ຊາ​ເອ​ເລັກ​ໂຕ​ນິກ ​ເພື່ອ​ແນ​ໃສ່​ຊຸກຍ​ູ້​ການ​ທ່ອງ​ທ່ຽວ ກ​ໍ​ຄື​ການ​ພົບ​ປະ​ແລກ​ປ່ຽນ​ສາ​ກົນ​ລະ​ຫວ່າງ​ພົນ​ລະ​ເມືອງ​ສາ​ກົນ​ກັບ​ຫວຽດ​ນາມ.”

ຂ່າວ/ບົດ​ອື່ນ