ກອງປະຊຸມນັດສາມັນເດືອນກຸມພາ: ຫຼາຍບັນຫາຮ້ອນເຮັ່ງໄດ້ຮັບການແກ້ໄຂ

(VOVWORLD) -        ພາຍຫຼັງກອງປະຊຸມນັດສາມັນເດືອນກຸມພາຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານ ໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 01 ມີນາ, ຢູ່ຮ່າໂນ້ຍ

ກອງປະຊຸມນັດສາມັນເດືອນກຸມພາ: ຫຼາຍບັນຫາຮ້ອນເຮັ່ງໄດ້ຮັບການແກ້ໄຂ - ảnh 1ກອງປະຊຸມນັດສາມັນເດືອນກຸມພາ: ຫຼາຍບັນຫາຮ້ອນເຮັ່ງໄດ້ຮັບການແກ້ໄຂ

(ພາບ: TTXVN)

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ, ໂຄສົກລັດຖະບານ, ເປັນປະທານການປະຊຸມຂ່າວນັດສາມັນເດືອນກຸມພາ.

        ເມື່ອຕອບຄຳຖາມຂອງບັນດານັກຂ່າວກ່ຽວກັບເຫດການເປີດກວ້າງສະໜາມບິນ ເຕີນເຊີນເຍີດ, ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ໄດ້ອະນຸຍາດໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຈ້າງທີ່ປຶກສາຕ່າງປະເທດເພື່ອລາຍງານ, ຕີລາຄາຜົນກະທົບຄວາມຮຽກຮ້ອງຂອງການຂົນສົ່ງຜູ້ໂດຍສານຢູ່ສະໜາມບິນ ເຕີນເຊີນເຍີດ ຢ່າງຮອບດ້ານ.

        ກ່ຽວກັບໝາກຜົນສຳຫຼວດກວດກາສຳເນົາເອກະສານມອບຄຸນນະວຸດທິສາດສະດາຈານ ແລະ ຮອງສາດສະດາຈານ, ທ່ານລັດຖະມົນຕີ ມາຍຕ໋ຽນຢຸງ ຊີ້ແຈ້ງວ່າ: ທ່ານນາຍົກລັດຖະມົນຕີເອົາໃຈໃສ່ເປັນພິເສດເຖິງຄຸນນະພາບບັນດານັກວິທະຍາສາດຫວຽດນາມ. ພາຍຫຼັງມີຄຳເຫັນກ່ຽວກັບບັນຫານີ້, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳການປັບປຸງເພື່ອຍົກສູງຄຸນນະພາບການບຳລຸງສ້າງ.

        ແລະກໍ່ທີ່ການປະຊຸມຂ່າວ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການໄດ້ຕອບສຳພາດຂອງສື່ມວນຊົນກ່ຽວກັບຫຼາຍບັນຫາຮ້ອນເຮັ່ງຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ