ກອງປະຊຸມບັນດາການນຳສາສະໜາ EU ຄັ້ງທີ 10

ກອງປະຊຸມບັນດາການນຳສາສະໜາ EU ຄັ້ງທີ 10 - ảnh 1
ກອງ​ປະຊຸມ​ບັນດາ​ການ​ນຳ​ສາສະໜາ EU ຄັ້ງ​ທີ 10
(ພາບ: european-council.europa.eu)


(vovworld) – ດ້ວຍ​ຫົວ​ຂໍ້ “ອະນາຄົດ​ຂອງ​ສະຫະພາບ​ເອລົບ (EU)” ​ເຊີ່ງ​ດຳ​ເນີນ​ໃນ​ວັນ​ທີ 10/06, ຢູ່​ສຳນັກງານ​ຄະນະ​ກຳມະການ​ເອີ​ລົບ, ປະ​ເທດ​​ແບນ​ຊິກ, ກອງ​ປະຊຸມ​ບັນດາ​ການ​ນຳ​ສາສະໜາໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ອັນ​ດັບ​ໜຶ່ງ EU ​3 ທ່ານເຊິ່ງລວມມີ: ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Jose Manuel Baroso, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy, ທ່ານ​ຮອງ​ປະທານ​ລັດຖະສະພາ​ເອີ​ລົບ (EP) Laszlo Surjan ພ້ອມ​ກັບ​ຜູ້​ຕາງໜ້າ​ຂັ້ນ​ສູງ​ຂອງ​ສາສະໜາ​ອິດສະລາມ, ສາສະໜາ​ຄຼິດ, ຊາວ​ຢິວ, ສາສະໜາ​ຮີນ​ດູ… ​ແລະ ປະຊາ​ຄົມຊາວ​ກາ​ໂຕ​ນິກ EU. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ EC Jose Manuel Baroso ຢືນຢັນ​ວ່າ ສາສະໜາ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແມ່ນ​ສິດ​ຂອງ​ມະນຸດ​ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຢູ່​ທົ່ວ​ທຸກ​ແຫ່ງ ​ແລະ ​ໃຫ້​ທຸກໆ​ຄົນ. ທ່ານ​ປະທານ EC ​ກໍ່​ຖື​ວ່າ EU ຕ້ອງ​ກ່າວ​ປະນາມ​ແນວ​ຄວາມ​ຄິດຈຳ​ແນ​ກ​​​​ເຊື້ອ​ຊາດເຜົ່າ​ພັນ,  ຕ້ານ​ສາສະໜາ ​ຊຶ່ງພວມ​ຄົງ​ຕົວຢູ່​ເອີ​ລົບ ​ແລະ ​ໃນ​ໂລກ, ຮຽກ​ຮ້ອງ​ຄວາມ​ມານະ​ພະຍາຍາມ​ປະກອບສ່ວນ​ຂອງບັນດາ​ປະຊາ​ຄົມ​ສາສະໜາ​ເພື່ອ​ອະນາຄົດພັດທະນາ​ຂອງ​ເອີ​ລົບ.

ຂ່າວ/ບົດ​ອື່ນ