ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງກ່ຽວກັບການພັດທະນາສາທາລະນະສຸກຄັ້ງທີ10ຂອງອາຊຽນ

ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງກ່ຽວກັບການພັດທະນາສາທາລະນະສຸກຄັ້ງທີ10ຂອງອາຊຽນ - ảnh 1
ທ່ານນາງ ເຈີ່ນທິຢ໋າງເຮືອງ ຫົວໜ້າກົມຮ່ວມມືສາກົນ ກະຂວງ
ສາທາລະນະສຸກ ຫວຽດນາມ ຢູ່ SOMHD ຄັ້ງທີ 9
(ພາບ: baocongthuong.com)

(vovworld) – ​ຕອນ​ເຊົ້າວັນ​ທີ 9/9, ກະຊວງສາທາລະນະ​ສຸກ​ ຈັດ​ຕັ້ງ​ກອງ​ປະຊຸມ​ຂ່າ​ວກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂະ​ແໜງ​ສາທາລະນະ​ສຸກ​ຄັ້ງ​ທີ 6 ​ແລະ ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ສາທາລະນະ​ສຸກ​ຄັ້ງ​ທີ 10 ຂອງ ອາ​ຊຽນ. ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຂະ​ແໜງ ສາທາລະນະ​ສຸກ ຈະ​ດຳ​ເນີນ​ໃນ​ວັນ​ທີ 17/9 ຢູ່​ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ: “ປ່ຽນ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ, ຫົວຄິດ​ປະດິດ​ສ້າງ, ມີ​ປະສິດທິ​ຜົນ​ເພື່ອສຸຂະພາບ​ຂອງປະຊາຊົນ”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ຜູ້​ແທນ​ປະມານ 1.200 ທ່ານ ທີ່​ຕາງໜ້າ​ໃຫ້​ບັນດາ​ສ່ວນ​ບຸກຄົນ, ໝູ່​ຄະນະ​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຈາກ​ບັນດາ​ທ້ອງ​ຖິ່ນ, ຫົວໜ່ວຍ​ໃນ​ທົ່ວ​ຂະ​ແໜງ ການ​ແພດ. ກ່ຽວ​ກັບ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດທະນາ ສາທາລະນະ​ສຸກ ຂອງ ອາ​ຊຽນ ຄັ້ງ​ທີ 10, ກະຊວງ​ສາທາລະນະ​ສຸກ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເລີມ​ດົ່ງ ຈັດ​ຕັ້ງ​ຢູ່​ນະຄອນ ດ່າ​ລາດ​ໃນ​ລະຫວ່າງ​ວັນ​ທີ 14 – 17/9. ບັນດາ​ຜູ້​ແທນ​ທີ່​ປຶກສາ​ຫາລື​ເນື້ອ​ໃນ​ສຳຄັນ​ກ່ຽວ​ກັບ​ລາຍການ​ພັດທະນາ​ສາທາລະນະ​ສຸກ​ພາຍຫລັງ​ປີ 2015 ຂອງ ອາ​ຊຽນ.

ຂ່າວ/ບົດ​ອື່ນ