ກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 2 ລະຫວ່າງຫວຽດນາມ-ປາກິສະຖານ

(VOVWORLD) -ວັນທີ 13 ເມສາ, ຢູ່ອິດສະລາບັດ, ປະເທດ ປາກິສະຖານ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງດິງກຸ້ຍ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ປາກິສະຖານ ເຕມີນາ ຢານຢົວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 2 ລະຫວ່າງຫວຽດນາມ-ປາກິສະຖານ
ກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 2 ລະຫວ່າງຫວຽດນາມ-ປາກິສະຖານ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ດັ້ງດິງກຸ້ຍ ເປັນປະທານຮ່ວມ ກອງປະຊຸມ

ທີ່ກອງປະຊຸມ, 2 ຝ່າຍໄດ້ພ້ອນກັນສຳຫຼວດກວດຄືນການຜັນຂະຫຍາຍບັນດາໝາກຜົນຂອງກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 1 ລະຫວ່າງຫວຽດນາມ-ປາກິສະຖານ ທີ່ຖືກຈັດຂຶ້ນໃນປີ 2015. 2 ຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນພົບປະຂັ້ນສູງນັບທັງ 2 ຝ່າຍ ແລະ ຢູ່ນອກບັນດາການເຄື່ອນໄຫວຫຼາຍຝ່າຍ ກໍຄືຜ່ານຊອ່ງຕ່າງໆ, ພິເສດແມ່ນແມ່ນການພົວພັນແລກປ່ຽນປະຊາຊົນ, ພ້ອມທັງຊຸກຍູ້ການປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ, ວິທະຍາສາດ ເຕັກນິກໃນປີ 2018.

     2 ຝ່າຍຍັງເຫັນດີຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຊຸກຍູ້ການປະຊຸມອະນຸກຳມະການການຄ້າປະສົມໃນປີ 2018 ແນໃສ່ວາງອອກບັນດາມາດຕະການທີ່ແທດຈິງເພື່ອຄາດໝາຍບັນລຸວົງເງິນການຄ້າ 2 ຝ່າຍ 1 ຕື້ USD ໃນປີ 2020. 2 ຝ່າຍຍັງເຫັນດີນຳກັນສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາຂົງເຂດອື່ນໆທີ່ມີຄວາມສາມາດບົ່ມຊ້ອນເຊັ່ນ: ກະສີກຳ, ວັດທະນະທຳ, ກິລາ, ການທ່ອງທ່ຽວ….

ຕອບກັບ

ຂ່າວ/ບົດ​ອື່ນ