ກອງປະຊຸມປຶກສາຫາລືລວມ ອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ

(VOVWORLD) - ໃນລະຫວ່າງວັນທີ 28 – 29 ພຶດສະພາ, ທີ່ ບາງກອກ, ໄທ, ໄດ້ດຳເນີນກອງປະຊຸມປຶກສາຫາລືລວມ ອາຊຽນ (JCM) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ. 
ກອງປະຊຸມປຶກສາຫາລືລວມ ອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ

ທີ່ກອງປະຊຸມ, ບັນດາປະເທດໄດ້ແລກປ່ຽນກ່ຽວກັບການຄາດຄະເນລາຍການເຄື່ອນໄຫວ, ໂຄງການດຳເນີນງານ ແລະ ບັນດາເອກະສານຈະໄດ້ຮັບຮອງເອົາທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 34. ຄາດວ່າ ພາຍໃຕ້ຫົວຂໍ້ຂອງປີ 2019 ກ່ຽວກັບ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ການນຳບັນດາປະເທດ ອາຊຽນ ຈະປຶກສາຫາລືກ່ຽວກັບບັນດາເນື້ອໃນຕົ້ນຕໍ ຊື່ງລວມມີ ຍູ້ແຮງການຮ່ວມມື ແລະ ຮ່ວມສຳພັນກັບພາກພື້ນ, ກໍ່ສ້າງປະຊາຄົມ ອາຊຽນ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ແລະ ບັນດາບັນຫາເຊິ່ງພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ.

        ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ຕັ້ງໜ້າສະໜັບສະໜູນ ແລະ ຈະສົມທົບຢ່າງແໜ້ນແຟ້ນພ້ອມກັບບັນດາປະເທດ ອາຊຽນ ຜັນຂະຫຍາຍບັນດາບຸລິມະສິດ, ຈຸດສຸມທີ່ວາງອອກໃຫ້ປີ 2019 ປະສົບຜົນສຳເລັດ, ແນໃສ່ມຸ່ງໄປເຖິງການສ້າງ ອາຊຽນ ໝັ້ນຄົງ, ສາມັກຄີ ແລະ ມີຄວາມສາມາດຮັບມືກັບບັນດາການຫັນປ່ຽນໃນພາກພື້ນ ແລະ ສາກົນ. ທ່ານ ຫງວຽນກວ໊ກຢຸງ ສະເໜີບາງບັນຫາຄືການດັດແປງ, ຍົກສູງການເຄື່ອນໄຫວຂອງບັນດາກົນໄກ, ເວທີປາໄສຂອງ ອາຊຽນ ຢ່າງມີປະສິດທິຜົນ.

        ວັນທີ 30 – 31 ພຶດສະພາ ຈະດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ +3, ກອງປະຊຸມຂັ້ນສູງ ອາຊີຕາວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF).

ຕອບກັບ

ຂ່າວ/ບົດ​ອື່ນ