ກອງປະຊຸມປະຈຳປີບັນດາອົງການບໍ່ຂຶ້ນກັບລັດຖະບານນອກແວ

ກອງປະຊຸມປະຈຳປີບັນດາອົງການບໍ່ຂຶ້ນກັບລັດຖະບານນອກແວ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ນອກ​​ແວ ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 21/5, ຢູ່​ນະ​ຄອນ ກູ​ຍ​ເຍີນ (​ແຂວງ ບິ່ງ​ດິງ), ກອງ​ປະຊຸມ​ປະຈຳ​ປີ​ບັນດາ​ອົງການ​ບໍ​ຂຶ້ນ​ກັບ​ລັດຖະບານ ນອກ​ແວ ​ໂດຍ​ສະພາກາ​ແດງ ນອກ​ແວ ປະຈຳ ຫວຽດນາມ ບໍລິ​ຫານ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສຸ​ມ​ໃສ່​ປຶກສາ​ຫາລື​ບັນຫາ​ຕ່າງໆ​ຄື: ອັບ​ແດດ​ນະ​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ ​ແລະ ບັນດາ​ບຸລິມະສິດ​ຂອງ ລັດຖະບານ ນອກ​​ແວ ປີ 2013 -2014, ອັບ​​ແດດ​ບັນດາ​ຜົນ​ສະທ້ອນ​ຂອງ​​ໂຄງການ​ຕ່າງໆ​ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ ຫວຽດນາມ.​..​ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ ​ເຈີ່ນ​ທິທູ​ຮ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງ​ດິ້ງ ຕີ​ລາຄາ​ສູງ ບັນດາ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ນອກ​ແວ, ພິ​ເສດ​ແມ່ນ​ສະພາ​ກາ​ແດງ ນອກ​ແວ ດ້ວຍ​ໂຄງການ “ຫລຸດຜ່ອນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ” (DRR) ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ.

   


ຂ່າວ/ບົດ​ອື່ນ