ກອງປະຊຸມປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ

ກອງປະຊຸມປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ

 (vovworld)- ​ ​​ ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ເດືອນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 13/10 ຢູ່ ຮ່າ​ໂນ້ຍ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຊື່​ສື່ມວນ​ຊົນ​ມ​ີ​ຄວາມ​ສົນ​ໃຈ.

ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ ສື່ມວນ​ຊົນ​ຈີນ ໄດ້​ອອກ​ຂ່າວ​ວ່າ: ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ 3 ແຫ່ງ​ຂອງ​ຈີນ ໄດ້​ເລີ່ມ​ເຂົ້າ​ເຄື່ອ​ນ​ໄຫວ ແລະ ມໍ່​ກັບ​ເສັ້ນ​ຊາຍ​ແດນ​ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໃຫ້​ຮຸູ້​ວ່າ: ຫວຽດ​ນາມ ຖື​ວ່າ ເລື່ອງ​ບັນ​ດາ​ປະ​ເທດກໍ່​ສ້າງ ແລະ ນຳ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ເຂົ້າ​ເຄື່ອນ​ໄຫວ ຕ້ອງ​ຮັບ​ປະ​ກັນ ແລະ ເຄົາ​ລົບ​ສົນ​ທິ​ສັນ​ຍາ ຄວາມ​ປອດ​ໄພ​ນິວ​ເຄຼຍ ແລະ ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽ​ວ​ຂ້ອງ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ຮັບ​ປະ​ກັນ​ບໍ່​ກໍ່​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ປອດ​ໄພ​ດ້ານ​ສິ່ງ​ແວດ​ລ້ອມ​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ຄຽງ. ຫວຽດ​ນາມ ຈະ​ເຫນີ ຝ່າຍ​ຈີນ ພ້ອມ​ກັບ​ຫວຽດ​ນາມ ສ້າງ​ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ເປັນ​ປະ​ຈຳ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍນີ້​ໂດຍ​ໄວ.

ຕໍ່​ຫນ້າ​ເລື່ອ​ງ​ ຫວ່າ​ງ​ແລ້ວນີ້ ສື່ມວນ​ຊົນ ລັດ​ເຊຍໃຫ້​ຮູ້​ວ່າ: ລັດ​ເຊຍ ພວມ​ຄິດ​ໄລ່ຊັ່ງ​ຊາເລື່ອງ​ກັບ​ຄືນ ກາມ​ແຣງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ: ຫວຽດ​ນາມ ຮັກ​ສາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ການ​ພົວ​ພັນ​ກັບ​ສາ​ກົນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ. ທ່ານ​ເລ​ຫາຍ​ບີງ ເນັ້ນ​ຫນັກ​ວ່າ: ແຜນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ບໍ່​ມີ​ການ​ສຳ​ພັນ​ທະ​ມິດ​ການ​ທະ​ຫານ, ບໍ່​ສຳ​ພັນ​ທະ​ມິດ​ກັບ​ປະ​ເທດ​ໃດ​ເພື່ອ​ຕ້ານ​ຄືນ​ປະ​ເທດ​ທີ 3 ແລະ ບໍ່​ປະ​ໃຫ້​ປະ​ເທດ​ໃດ​ຕັ້ງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຢູ່​ຫວຽດ​ນາມ. 


ຕອບກັບ

ຂ່າວ/ບົດ​ອື່ນ