ກອງປະຊຸມຜັນ ຂະຫຍາຍວຽກງານ ການຕ່າງປະ​ເທດ​ ປຊຊ ປີ 2013

ກອງປະຊຸມຜັນ ຂະຫຍາຍວຽກງານ ການຕ່າງປະ​ເທດ​ ປຊຊ ປີ 2013 - ảnh 1

(vovworld): ຕອນ​ເຊົ້າວັນ​ທີ 30/1, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ປີ 2012 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013. ບົດ​ລາຍ​ງານ​ຂອງຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ແລະ ບົດ​ປະກອບ​ຄວາມ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ໃຫ້​ເຫັນ​ວ່າ, ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ໃນປີຜ່ານ​ມາ​ບັນລຸ​ໄດ້​ຫຼາຍ​ຜົນງານ​ອັນຕັ້ງໜ້າ. ຫວຽດນາມ ​ໄດ້​ເປັນ​ເຈົ້າການ, ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື​ອ່ນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ​, ປັບປຸງ​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ປະຊາຊົນ​ປະ​ເທດ​ຕ່າງໆ, ປະກອບສ່ວນ​ເປີດ​ກ້ວາງ​ການ​ພົວພັນ​ສາກົນ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນລະ​ພາບ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ກໍ່​ຄື​ເສີມ​ຂະຫຍາຍ​ທີ່​ຕັ້ງບົດບາດ​ຂອງ​ຫວຽດນາມ ​ໃນ​ບັນດາ​ເວທີ​ປາ​ໄສ​ປະຊາຊົນ, ປະກອບສ່ວນ​ໂດຍ​ມີ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ບັນດາ​ຂະ​ບວນການ​ປະຊາຊົນ​ພາກ​ພື້ນ ​ແລະ ສາກົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່າ​ນ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສະ​ເໜີ​ວ່າ:

   “ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ແລະ ບັນດາ​ຫົວໜ່ວຍ​ສືບ​ຕໍ່​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະ​ເທດ​ຕ່າງໆໃນ​ພາກ​ພື້ນ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ເພື່ອນ​ມິດ​ໃນ​ໂລກ, ປັບປຸງ​ພາບ​ພົດ ​ແລະ ທີ່​ຕັ້ງບົດບາດ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ. ພ້ອມ​ກັນນັ້ນ, ​ເດັດດ່ຽວ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຂົນ​ຂວາ​ຍມະຫາຊົນ​ຕໍ່ສູ້​ກັບ​ບັນດາ​ຖອ້ຍທຳນອງ​​ເສັກ​ສັນ​ປັ້ນ​ແຕ່ງ“

ຂ່າວ/ບົດ​ອື່ນ