ກອງປະຊຸມຜັນຂະຫຍາຍການປະຕິບັດມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງກັບສາກົນ

ກອງປະຊຸມຜັນຂະຫຍາຍການປະຕິບັດມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງກັບສາກົນ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ  ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ
(ພາບປະກອບ)

(vovworld) – ວັນ​ທີ 2/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຊາບ​ຊືມ ​ແລະ ຜັນຂະຫຍາຍ​ການ​ປະຕິບັດ​ມະຕິ​ 22 ຂອງ​ກົມ​ການ​ເມືອງ (ຊຸດ​ທີ 22) ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ. ກຳມະການ​ຄະນະ​ບໍລິຫານ​ງານ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຢືນຢັນ​ວ່າ: ມະຕິ​ 22 ຂອງ​ກົມ​ການ​ເມືອງ (ຊຸດ​ທີ 22) ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ ​ແມ່ນ​ບາດກ້າວ​ກະ​ໂດດ​ຂັ້ນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ໃນ​ຫຼາຍ​ຂົງ​ເຂດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຄື: ​ເສດຖະກິດ, ການ​ເມືອງ, ວັດທະນະທຳ - ສັງຄົມ, ການ​ທະຫານ… ​ໄລຍະ​ຜ່ານ​ມາ, ຫວຽດນາມ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ​ເລີ່​ມຕົ້ນ​ແມ່ນ​ການ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ (1995), ​ເຂົ້າ​ເປັນ​ສະມາຊິກ​​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM) ປີ 1996, ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ​ - ປາຊີ​ຝິກ (APEC) ປີ 1998… ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ ​ເພື່ອ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ​ອີກ, ​ແມ່ນ​ຈຳ​ເປັນ​ຕ້ອງເພີ່ມ​ທະວີ​ກຳລັງ​ພາຍ​ໃນ. ມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ ​ໄດ້​ຮັບ​ການ​ຮັບຮອງ​ເອົາ ​ແມ່ນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ຫັນ​ເປັນ​ລະອຽດ ​ແລະ ກຳນົດ​ທິດ​ທາງ​ເຄື່ອນ​ໄຫວ ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ “​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ກັບ​ສາກົນ“ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ມະຕິ​ກຳນົດ​ຫຼາຍ​ທິດ​ທາງ​ຈີນ​ຕະນາ​ການ ​ແລະ ການ​ກະທຳ​ທີ່​ສຳຄັນ, ​ແນ​ໃສ່​ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນ ​ໃຫ້​ວິວັດ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ຂອງ​ຫວຽດນາມ​ໃນ​ໄລຍະ​ໃກ້ໆ​ນີ້.

 

ຂ່າວ/ບົດ​ອື່ນ