ກອງປະຊຸມຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບຍຸດທະສາດວຽກ ງານຊົນເຜົ່າຮອດປີ 2020

ກອງປະຊຸມຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບຍຸດທະສາດວຽກ ງານຊົນເຜົ່າຮອດປີ 2020 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 28/12, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມາທິການ​ຊົນ​ເຜົ່າ ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ຍຸດ​ທະ​ສາດ​ວຽກ​ງານ​ຊົນ​ເຜົ່າ​ຮອດ​ປີ 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ເຈົ້າ​ການ​ຈັດກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ຜູ້ຕາງໜ້າ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາວ​ຊົນ​ເຜົ່າ​ສ່ອນ​ໜ້ອຍ​ເປັນ​ຈຳນວນ​ຫຼາຍ ​ແລະ ຫຼາຍ​ກະຊວງ, ຂະ​ແໜງການ​ສູນ​ກາງ ຢືນຢັນ​ຄວາມ​ສຳຄັນ​ຂອງ​ຂໍ້​ຕົກລົງ​ເລກທີ 449 ຂອງ​ນາຍົກລັດຖະມົນຕີ ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ, ສັງຄົມ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ ກຊໍ ​ເຟືອ​ກ, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ ​ແຕ່​ປີ 2014, ຫວຽດນາມ ຕ້ອ​ງ​ເຮັດ​ແນວ​ໃດ​ເພື່ອ​ຫັນປ່ຽນ​​ຄວາມ​ຮັບ​ຮູ້​ໃນ​ໝູ່​ປະຊາຊົນກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ສຳລັບປະຊາຊົນ​ບັນດາຊົນ​ເຜົ່າສ່ວນ​ໜ້ອຍ​ໃຫ້​ໄດ້.

        “ລະດັບ​ຄອງ​ຊີບ, ສະພາບ​ແວດ​ລ້ອມຢູ່​ເຂດຕົວ​ເມືອງ, ຢູ່​ໃນ​ລະດັບ​ສູງ​ກວ່າ, ກຳລັງ​ຜະລິດກໍ່​ພັດທະນາ​​ດີກວ່າ, ຄວາມ​ຮູ້​ຂອງ​ປະຊາຊົນດີກ​ວ່າ, ບັນດາ​​ເງື່ອນ​ໄຂ​ດ້ານ​ສາທາລະນະ​ສຸກ​ກໍ່​ດີກ​ວ່າ. ຍ້ອນ​ເຫດ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ພວກ​ເຮົາ​ຕ້ອງ​ເປັນ​ເອກະ​ພາບ​ຕໍ່ທັດສະນະທີ່​ວ່າ ຕ້ອງ​ມີ​ນະ​ໂຍບາຍສຳລັບ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ຕ້ອງ​ຈຳ​ແນ​ກນະ​ໂຍບາຍ​ເຂດ ​ແລະ ນະ​ໂຍບາຍສຳລັບ​ຊົນ​ເຜົ່າ​ສ່ວນ​ໜ້ອຍ”.

        ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ຍາມ​ໃດ​ພັກ, ລັດ ກໍ່​ເອົາ​ໃຈ​ໃສ່​ພັດທະນາ​ເຂດ​ຊົນ​ເຜົ່າ ​ແລະ ທ່ານຮອງ​ນາຍົກລັດຖະມົນຕີກໍ່ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ້ອງ​ເປັນ​ເອກະ​ພາບ​ໃນ​ການປະຕິບັດ​ບັນດາ​ຈຸດໝາຍ​ໃນ​ຍຸດ​ທະ​ສາດ​ວຽກ​ງານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຮອດ​ປີ 2020.

ຂ່າວ/ບົດ​ອື່ນ