ກອງປະຊຸມຜັນຂະຫຍາຍໜ້າທີ່ແຂ່ງຂັນຍ້ອງຍໍ ປີ 2013

ກອງປະຊຸມຜັນຂະຫຍາຍໜ້າທີ່ແຂ່ງຂັນຍ້ອງຍໍ ປີ 2013 - ảnh 1
ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ແຂ່ງ​ຂັນ​ຍ້ອ​ງຍໍ ປີ 2013
(ພາບ: baomoi.com)


(vovworld) -     ຕອນ​ເຊົ້າ​ວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ, ຄະນະ​ແຂ່ງ​ຂັນຍ້ອງຍໍ​ສູນ​ກາງ​ ​ໄດ້​ຈັດ​ກອງ​ປະຊຸມ​ຜ່ານ​​ເຄື່ອຂ່າ​ຍອິນ​ເຕີ​ແນ​ດ ກັບ​ບັນດາ​ແຂ​ວງ, ນະຄອນ, ສະຫຼຸບ​ວຽກງານແຂ່ງ​ຂັນ​ຍ້ອ​ງຍໍປີ 2012 ​ແລະ ຕີ​ລາຄາ​ໝາກຜົນ​ 1 ປີ​ແຫ່ງ​ການ​ຜັນ​ຂະຫຍາຍຂະ​ບວນການ​ແຂ່ງຂັນ “ທົ່ວ​ປະ​ເທດ​ກໍ່ສ້າງ​ຊົນນະບົດ​ໃໝ່”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິ​ຢວາ​ນ ​ໄດ້​ສະ​ເໜີ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງການ​ຊາບ​ຊືມກ່ຽວ​ກັບ​ແນວ​ຄິດ​ຊີ້​ນຳ “​ມີ​ຄວາມຫັນ​ດີ​ເຫັນ​ພ້ອມ​ສູງ, ​ແຂ່ງຂັນ​ກັນ”, ​ເພື່ອ​ທະວີ​ຄູນອອກ​ສູ່​ທຸກຂັ້ນ, ທຸກຂະ​ແໜງ​ການ ​​ແນ​ໃສ່​ປະຕິບັດ​ໜ້າ​ທີ່​ປີ 2013 ຢ່າງ​ມີ​ໄຊ. ສຳລັບ​ວຽກງານ​ຍ້ອງຍໍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຮຽກຮ້ອງ​ວ່າ ຕ້​ອງ​ຄັດເລືອກ​ໃຫ້​ຖືກ ​ແລະ ມີປະຊາທິປະ​ໄຕ, ຕ້ອງ​ຮັບ​ປະກັນ​ການ​ຍ້ອງຍໍ​ໃຫ້​ຜູ້​ອອກແຮງງານ​ໂດຍ​ກົງ, ຜູ້​ທີ່​ສ້າງ​ມູນ​ຄ່າ​ເພີ່ມ ​ແລະ ຍ້ອງຍໍ​ບັນດາ​ອົງການຈັດ​ຕັ້ງນ້ອຍ.

ຂ່າວ/ບົດ​ອື່ນ