ກອງປະຊຸມລັດຖະມົນຕີ ການເງິນ Eurozone

ກອງປະຊຸມລັດຖະມົນຕີ ການເງິນ Eurozone - ảnh 1

(ພາບ:vietnamplus.vn)

(vovworld)- ​ໃນ​ວັນ​ທີ 12 ​ແລະ  13/4, ຢູ່​ນະຄອນ Dublin  ຂອງ​ປະ​ເທດ ອຽກລັງ ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ​ພາກ​ພື້ນໃຊ້​ສະກຸນ​ເງິນ​ເອີ​ໂຣລວມ ( Eurozone). ​ສິ້ນ​ສຸດວັນ​ທີໜຶ່ງ, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ເປັນຄັ້ງສຸດ​ທ້າຍ​ບ້ວງ​ເງິນ​ກູ້​ຊ່ວຍ ສ.​ໄຊ​ປະຣັດ. ​ໃນ​ຂະນະ​ທີ່ມີ​ຂ່າວ​ເວົ້າວ່າ ປະ​ເທດ​ນີ້​ຕ້ອງການ​ເງິນ​ກູ້​ຊ່ວຍ​ຫຼາຍ​ກ່ວາ​ການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ. ບັນດາ​ທ່ານລັດຖະມົນຕີ​ການ​ເງິນຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ຄວາມ​ມານະ​ພະຍາຍາມ​ຊື່​ງລັດຖະບານ ສ.​ໄຊ​ປະຣັດ ປະຕິບັດ​ເພື່ອ​ແນ່​ໃສ່​ກູ້ຊ່ວຍ​​ເຂດ​ການ​ເງິນ​ຂອງ​ປະ​ເທດ​ນີ້, ພ້ອມ​ທັງ​ເຊື່ອໝັ້ນວ່າ ຂໍ້​ຕົກລົງ​ກູ້​ຊ່ວຍ​ຂອງ​ສາກົນ​ຈະ​ຊ່ວຍ ສ.​ໄຊ​ປະຣັດ ກັບ​ຄືນ​ສູ່​ວິວັດ​ການ​ເຕີບ​ໂຕ​ເສດຖະກິດໝັ້ນຄົງ. ກ່ຽວຂ້ອງ​ເຖິງ​ບ້ວງ​ເງິນ​ກູ້​ຊ່ວຍ​ປອກຕູ​ການ ​ແລະ ອຽກລັງ, ບັນດາ​ທ່ານລັດຖະມົນຕີ​ການ​ເງິນ​ເຫັນ​ດີ​ຈະຕໍ່​ກຳນົດ​ເວລາ​ຕື່ມ​ອີກ 7 ປີ ​ເພື່ອຊຳລະ​ບັນດາ​ບ້ວງໜີ້. ນີ້​ແມ່ນ​ບາດກ້າວ​​ເດີນ​ສຳຄັນ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ຟື້ນ​ຟູ​ຢ່າງ​ຄົບ​ຖ້ວນ​ຂອງ​ບັນດາ​ຕະຫຼາດ​ການ​ເງິນ​ສຳລັບ​ອຽກລັງ ​ແລະ ປອກຕູ​ການ.

 

ຂ່າວ/ບົດ​ອື່ນ