ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ NATO

(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ NATO ຄັ້ງນີ້ ຖືກດຳເນີນໃນສະພາບທີ່ບັນດາປະເທດເອີຣົບບໍ່ພໍໃຈກັບເລື່ອງອາເມລິກາຈັດວາງອັດຕາພາສີສູງສຳລັບປະເພດສິນຄ້າອາລູມີນຽມ ແລະ ເຫຼັກກ້າທີ່ນຳເຂົ້າຈາກເອີຣົບ

ໃນລະຫວ່າງວັນທີ 7 - 8 ມິຖຸນາ, ຢູ່ ບຣຸກແຊນ, ປະເທດແບນຊິກ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອົງການສົນທິສັນຍາອັດລັງຕິກເໜືອ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ NATO ເພື່ອອະນຸມັດຜ່ານແຜນການເພີ່ມທະວີຄວາມສາມາດປຸກລະດົມກຳລັງ ໃນກໍລະນີເກີດການກໍ່ການຮ້າຍ ຢ່າງວ່ອງໄວ, ໃນສະພາບການຄວາມເຄັ່ງຕຶງກັບລັດເຊຍພວມເພີ່ມຂຶ້ນ. ກອງປະຊຸມກໍຈະເປັນສັກຂີພິຍານພິທີລົງນາມສ້າງຕັ້ງສູນບັນຊາໃໝ່, 2 ແຫ່ງນັ້ນແມ່ນ ສູນປ້ອງກັນບັນດາເສັ້ນທາງຄົມມະນາຄົມຢູ່ ມະຫາສະມຸດອັດລັງຕິກ, ມີສຳນັກງານຕັ້ງຢູ່ Norfolk, Virginia ຂອງອາເມລິກາ ແລະ ສູນປະສານງານເຄື່ອນຍ້າຍທັບຢູ່ເອີຣົບ ໄດ້ຕັ້ງຢູ່ນະຄອນ Ulm ທາງພາກໃຕ້ປະເທດເຢຍລະມັນ. ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ NATO ຄັ້ງນີ້ ຖືກດຳເນີນໃນສະພາບທີ່ບັນດາປະເທດເອີຣົບບໍ່ພໍໃຈກັບເລື່ອງອາເມລິກາຈັດວາງອັດຕາພາສີສູງສຳລັບປະເພດສິນຄ້າອາລູມີນຽມ ແລະ ເຫຼັກກ້າທີ່ນຳເຂົ້າຈາກເອີຣົບ, ກໍຄືຄັດຄ້ານການຕັດສິນໃຈຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີ່ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍອີຣານ ແລະ ສັນຍາປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ທີ່ການປະຊຸມຂ່າວກ່ອນທີ່ຈະດຳເນີນກອງປະຊຸມ, ວັນທີ 6 ມິຖຸນາ, ທ່ານ Jens Stoltenberg  ເລຂາທິການໃຫຍ່ NATO ຖະແຫຼງວ່າ ພວມມານະພະຍາຍາມບັນເທົາການພົວພັນທີ່ນັບມື້ນັບເຄັ່ງຕຶງລະຫວ່າງອີຢູ ແລະ ອາເມລິກາ ພ້ອມທັງກ່າວເຕືອນກ່ຽວກັບບັນດາຄວາມບໍ່ລົງລອຍກັນຢ່າງຮ້າຍແຮງລະຫວ່າງບັນດາປະເທດສະມາຊິກ NATO.

ຕອບກັບ

ຂ່າວ/ບົດ​ອື່ນ