ກອງປະຊຸມລັດຖະມົນຕີການຕ່າງປະເທດ NATO ໄດ້ຍົກອອກບັນດາຂໍ້ຕົກລົງສຳຄັນ

ກອງປະຊຸມລັດຖະມົນຕີການຕ່າງປະເທດ NATO ໄດ້ຍົກອອກບັນດາຂໍ້ຕົກລົງສຳຄັນ - ảnh 1
ທ່ານ​ເລຂາທິການ​​ໃຫຍ່ NATO Jens Stoltenberg
(ພາບ: AFP/TTXVN)


(vovworld) – ​ໃນ​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດດຳ​ເນີນ​ໄປ​ໃນ​ວັນ​ທີ 02/12, ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 28 ປະ​ເທດ​ສະມາຊິກ NATO ​ໄດ້​ເຫັນ​ດີ​ສ້າງ​ຕັ້ງກຳລັງປະຕິກິລິຍາ​ໄວ​ໂດຍຊົ່ວຄາວ, ​ໃນ​ຂະນະ​ທີ່​ພວມລໍຖ້າ​ກຳລັງ​ທີ່ທັນ​ສະ​ໄໝກວ່າ ​ເຊິ່ງພວມ​ໄດ້​ຮັບ​ການ​ກະກຽມ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ດິນ​ແດນທັງ​ໝົດ​ຂອງ​ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ກໍ່​ລະ​ນີຖືກ​ນາ​ບຂູ່. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ຢູ່​ສຳນັກງານ NATO, ຢູ່​ບຣຸກ​ແຊນ, ທ່ານ​ເລຂາທິການ​​ໃຫຍ່ NATO Jens Stoltenberg ​ໃຫ້​ຮູ້​ວ່າ, ກຳລັງ​ດັ່ງກ່າວ​​ໄດ້​ສ້າງ​ຕັ້ງ​ໃນ​ຕົ້ນ​ປີ 2015 ດ້ວຍ​ຈຳນວນ​ທະຫານ​ຂອງ​ເຢຍລະ​ມັນ, ນອກ​ແວ, ​ໂຮ​ນລັງ. ຄຽງ​ຂ້າງ​ນັ້ນ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ NATO ກໍ່​ຖະ​ແຫຼງສະໜັບສະໜູນຢູ​ແກຼນ ​ເມື່ອ​ລັດຖະບານ​ໃໝ່ພວມ​ດຳ​ເນີນ​ການ​ປະຕິ​ຮູບ​ຢ່າງ​ເປັນ​ພື້ນຖານ.

ຂ່າວ/ບົດ​ອື່ນ